ທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານກອງປະຊຸມ. ເຂົ້າຮ່ວມກອງປະຊຸມຍັງມີທ່ານພົນຕີ ຈິ້ງວັນກວຽດ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ; ທ່ານພົນໂທ ຟຸ່ງສີເຕີ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ແອັງຫວູ.

ບົດສະຫຼຸບສະບັບເລກທີ 53-KL/TW ລົງວັນທີ 28-4-2023 ຂອງກົມການເມືອງ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ ເຖິງປີ 2030 ແລະ ຊຸມປີຕໍ່ໄປ ແມ່ນມີຄວາມໝາຍສຳຄັນ, ຫັນແນວທາງພົວພັນຕ່າງປະເທດຂອງພັກໃຫ້ລະອຽດ, ປະຕິບັດແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາຢ່າງສະເໝີຕົ້ນສະເໝີປາຍ; ຮັບປະກັນຜົນປະໂຫຍດສູງສຸດຂອງປະເທດ-ຂອງຊາດ ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ສະເໝີພາບ, ຮ່ວມມື, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ຫວຽດນາມ ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ ແລະແມ່ນສະມາຊິກທີ່ມີຄວາມຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ.

ເພື່ອຜັນຂະຫຍາຍ, ຈັດຕັ້ງປະຕິບັດບົດສະຫຼຸບ, ກະຊວງປ້ອງກັນປະເທດໄດ້ມອບໝາຍໜ້າທີ່ໃຫ້ກົມໃຫຍ່ການເມືອງ ຊີ້ນຳບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງຄົ້ນຄວ້າ, ສົມທົບກັບບັນດາອົງການຂອງຄະນະພັກຕ່ຳຫຼວດສູນກາງ, ຄະນະພົວພັນຕ່າງປະເທດສູນກາງ ສ້າງເອກະສານແນະນຳບັນດາຄະນະພັກແຂວງ, ນະຄອນ, ບັນດາຄະນະພັກທີ່ຂຶ້ນກັບສູນກາງ ເພື່ອຫັນບົດສະຫຼຸບໃຫ້ເປັນລາຍການ, ແຜນການ-ແຜນງານ ເພື່ອຜັນຂະຫຍາຍ, ຈັດຕັ້ງປະຕິບັດ. ກະຊວງປ້ອງກັນປະເທດ ກໍ່ມອບໝາຍໜ້າທີ່ໃຫ້ກົມພົວພັນຕ່າງປະເທດ ຄົ້ນຄວ້າ, ລາຍງານ, ສະເໜີກັບການນຳກະຊວງປ້ອງກັນປະເທດ ເພື່ອເປັນເສນາທິການໃຫ້ລັດຖະບານ, ນາຍົກລັດຖະມົນຕີ ຈັດຕັ້ງປະຕິບັດບົດສະຫຼຸບສະບັບດັ່ງກ່າວ; ເປັນເຈົ້າການຄົ້ນຄວ້າສະເໜີກັບການນຳກະຊວງປ້ອງກັນປະເທດ ກໍ່ສ້າງລາຍການ, ແຜນການໃນການຈັດຕັ້ງການຊາບຊຶມ ແລະຜັນຂະຫຍາຍການປະຕິບັດບົດສະຫຼຸບໃນຂອບເຂດກະຊວງປ້ອງກັນປະເທດ; ຕິດຕາມ, ກະຕຸກຊຸກຍູ້ ແລະດຳເນີນການກວດກາ, ການປະເມີນຜົນ, ສະຫຼຸບການຈັດຕັ້ງປະຕິບັດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ ດຳເນີນໃນຕອນບ່າຍວັນທີ 25 ພຶດສະພາ. ພາບ: ແອັງຫວູ.

ພາຍຫຼັງຮັບຟັງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມປະກອບຄຳເຫັນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງ, ດ້ວຍພາລະບົດບາດ, ໜ້າທີ່ຂອງຕົນຈົ່ງດຳເນີນການຄົ້ນຄວ້າ, ລາຍງານ, ສະເໜີລາຍການ, ແຜນການເພື່ອຈັດຕັ້ງການຊາບຊຶມ ແລະຜັນຂະຫຍາຍ, ຈັດຕັ້ງປະຕິບັດບົດສະຫຼຸບໃຫ້ຮັບປະກັນລັກສະນະທີ່ມີຄວາມເປັນເອກະພາບ, ມີຄຸນນະພາບ ແລະປະສິດທິຜົນ.

ໂດຍ: ແສງເດືອນ