ຄວາມປະທັບໃຈທີ່ລາຍການ “ເປັນກຽດທີ່ເປັນນັກຮົບ”
ກປ.ອອນໄລ - ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດານັກຮົບໃໝ່ທີ່ໄດ້ສໍາເລັດລາຍການອົບຮົມຫັດແອບໂດຍພື້ນຖານ, ສືບຕໍ່ອອກແຮງສູ້ຊົນ, ຝຶກຝົນຫຼໍ່ຫຼອມ, ຕັດສິນໃຈຮັບ ແລະປະຕິບັດສໍາເລັດໜ້າທີ່ຕໍ່ໄປ, ຕອນຄໍ່າວັນທີ 24 ພຶດສະພາ, ກອງພົນນ້ອຍ 144, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຈັດຕັ້ງລາຍການພົບປະແລກປ່ຽນສິລະປະ ດ້ວຍຫົວຂໍ້ “ເປັນກຽດທີ່ເປັນນັກຮົບ”.
ເຂົ້າຮ່ວມລາຍການມີຜູ້ຕາງໜ້າການນໍາພະແນກການເມືອງ (ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ); ກົມສູ້ຮົບເອເລັກໂຕນິກ (ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ); ຜູ້ແທນໂຮງຮຽນນາຍທະຫານການເມືອງ, ໂຮງຮຽນນາຍທະຫານບົກ ເລກ 1; ການນໍາກອງພົນນ້ອຍ 144; ຜູ້ຕາງໜ້າຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ໂຮງຮຽນໃນບໍລິເວນຕັ້ງທັບ...
    |
 |
ການສະແດງສິລະປະທີ່ລາຍການ. ພາບ: ເຊີນບິ່ງ. |
ລາຍການ “ເປັນກຽດທີ່ເປັນນັກຮົບ” ໄດ້ຮັບການຈັດສ້າງຢ່າງມີແບບມີແຜນ, ດ້ວຍຫຼາຍປະເພດ: ຮ້ອງດ່ຽວ, ຮ້ອງຄູ່, ຮ້ອງລວມໝູ່, ຟ້ອນ, ເຕັ້ນທັນສະໄໝ; ຍ້ອງຍໍພັກທີ່ມີກຽດສະຫງ່າ, ປະທານໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່; ຄວາມຮັກຕໍ່ບ້ານເກີດເມືອງນອນ; ມູນເຊື້ອກອງທັບ; ມູນເຊື້ອກົມກອງ...
    |
 |
ເຖິງວ່າຝົນຕົກກໍ່ຕາມ ແຕ່ພະນັກງານ, ນັກຮົບຍັງຕິດໃຈກັບລາຍການສະແດງສິລະປະທີ່ໂດດເດັ່ນ. ພາບ: ເຊີນບິ່ງ. |
ທ່ານພັນເອກພິເສດ ດິງຈຸງກຽນ, ຫົວໜ້າການເມືອງ ກອງພົນນ້ອຍ 144 ໃຫ້ຮູ້ວ່າ ໃນ 3 ເດືອນອົບຮົມຫັດແອບ, ໂດຍໄດ້ຮັບການເອົາໃຈໃສ່ຈາກຄະນະບັນຊາທຸກຂັ້ນ, ກອງພົນນ້ອຍ 144 ໄດ້ຈັດຕັ້ງຫຼາຍກິດຈະກໍາສະແດງສິລະປະທີ່ໂດດເດັ່ນໃຫ້ແກ່ນັກຮົບໃໝ່; ພົບປະສັງສັນ; ໂອ້ລົມສົນທະນາກັບນັກກະວີ, ນັກປະພັນຊື່ດັ່ງ; ໄປທັດສະນະສຶກສາ, ຮໍ່າຮຽນທີ່ເຂດປູຊະນີຍະສະຖານປະຫວັດສາດຈໍານວນໜຶ່ງ... ຜ່ານນັ້ນ ໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງຕໍ່ນັກຮົບໃໝ່; ສ້າງກໍາລັງໜູນ, ບັນຍາກາດຈູບຈ້າວຫ້າວຫັນ, ເບີກບານມ່ວນຊື່ນ, ເຕັມໄປດ້ວຍພະລັງແຮງໃນການອົບຮົມຫັດແອບ, ຝຶກຊ້ອມ. ພາຍຫຼັງການອົບຮົມຫັດແອບເປັນເວລາ 3 ເດືອນ, ບັນດານັກຮົບໃໝ່ຂອງກອງພົນນ້ອຍ 144 ລ້ວນແຕ່ປະຕິບັດສໍາເລັດການອົບຮົມຫັດແອບຕາມລາຍການ, ແຜນການ ໄດ້ວາງອອກ. ຜົນການອົບຮົມຫັດແອບປະກົດວ່າ 100% ບັນດາເນື້ອໃນບັນລຸໄດ້ຄາດໝາຍ, ໃນນັ້ນມີກວ່າ 80% ແມ່ນໄດ້ດີ, ເກັ່ງ, ຮັບປະກັນຄວາມປອດໄພທຸກດ້ານ 100%.
ໂດຍ: ໄຊຊະນະ