leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ໝີ້ແຮ້ງ

ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງການ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເປັນປະທານກອງປະຊຸມ. ເຂົ້າຮ່ວມຍັງມີທ່ານພົນຕີ ຈິ້ງວັນກວ໊ຽດ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ຜູ້ຕາງໜ້າບັນດາອົງການ, ກະຊວງ,  ຄະນະ, ຂະແໜງການ.

leftcenterrightdel
ທ່ານພົນຕີ ຈິ້ງວັນກວ໊ຽດ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ໝີ້ແຮ້ງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນຕີ ຈິ້ງວັນກວ໊ຽດ ຖືວ່າ ການປະຕິບັດດຳລັດເລກທີ 162 ໂດຍພື້ນຖານແລ້ວແມ່ນກວມເອົາທຸກເນື້ອໃນ, ເປົ້າໝາຍ, ສາມາດຕອບສະໜອງເງື່ອນໄຂຊີວິດການເປັນຢູ່ດ້ານວັດຖຸ, ໜູນຊ່ວຍໃຫ້ບັນດາບຸກຄົນ ແລະກົມກອງທີ່ເຂົ້າຮ່ວມພາລະກິດຮັກສາສັນຕິພາບ ສປຊ ປະຕິບັດສຳເລັດໜ້າທີ່.  ເຖິງຢ່າງໃດກໍ່ຕາມ, ໃນສະພາບການໃໝ່, ຂັ້ນຕອນການປະຕິບັດໜ້າທີ່ຍັງມີບັນຫາສັບສົນ, ຄວາມຮຽກຮ້ອງຕ້ອງການດ້ານໜ້າທີ່ວຽກງານກໍ່ສູງກວ່າ, ເງື່ອນໄຂຢູ່ບໍລິເວນທີ່ໄປຮັກສາສັນຕິພາບຍັງປະສົບກັບຄວາມຫຍຸ້ງຍາກ, ນາບຂູ່ເຖິງຊີວິດ ແລະໝາກຜົນຂອງການປະຕິບັດໜ້າທີ່... ກຳລັງເຂົ້າຮ່ວມຈຶ່ງໄດ້ຮັບການຄັດເລືອກເປັນຢ່າງດີ, ມີຄຸນທາດ, ມີທັກສະ, ມີລະດັບຄວາມຮູ້ຄວາມສາມາດເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງການເຄື່ອນໄຫວເອກະລາດໃນສະພາບແວດລ້ອມສາກົນ. ເງື່ອນໄຂເຮັດວຽກໄດ້ຮຽກຮ້ອງໃຫ້ມີຄວາມຕ້ອງການສູງນັ້ນ, ເງື່ອນໄຂຮັບປະກັນໃຫ້ກຳລັງປະຕິບັດໜ້າທີ່ກໍ່ຕ້ອງສູງກວ່າ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນຕີ ຈິ້ງວັນກວ໊ຽດ ພ້ອມກັບບັນດາຜູ້ແທນໂອ້ລົມກັບທະຫານໝວກເບເລສີຟ້າ. ພາບ: ໝີ້ແຮ້ງ

ກ່າວຄໍາເຫັນສະຫຼຸບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ຕີລາຄາສູງຕໍ່ການປະກອບຄໍາເຫັນ ແລະຄວາມຮັບຜິດຊອບຂອງບັນດາອົງການ, ກົມກອງເພື່ອແນໃສ່ເພີ່ມເຕີມ, ແກ້ໄຂ, ດັດປັບດຳລັດເລກທີ 162. ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບໂດຍຖືວ່າຄວນມີບັນດານະໂຍບາຍໜູນຊ່ວຍໃຫ້ກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ເປັນຕົ້ນແມ່ນທະຫານຍິງ, ເພື່ອໃຫ້ເໝາະສົມກັບສະພາບການຕົວຈິງ ແລະບັນດາບັນຫາທີ່ເກີດຂຶ້ນໃໝ່ໃນວິວັດການຜັນຂະຫຍາຍ, ຈັດຕັ້ງປະຕິບັດໜ້າທີ່.

ໂດຍ: ເຈິ່ນຮວ່ຽນ