leftcenterrightdel
ຕາງໜ້າອົງການທີ່ກ່ຽວຂ້ອງນະຄອນດ່ານັງ ຕ້ອນຮັບຄະນະປະຕິບັດງານກໍາປັ່ນຝຶກແອບ Qi Jiguang. ພາບ:​ ຮົ່ງຊ໊າງ

ຕ້ອນຮັບຄະນະປະຕິບັດງານມາຢ້ຽມຢາມ ຫວຽດນາມ ໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນຕໍ່ການພົວພັນຮ່ວມມືກັບຈີນ, ໄດ້ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເວົ້າລວມ, ການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ຈີນ ເວົ້າສະເພາະ; ໄດ້ຢ້ັງຢືນຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ຜ່ານສິ່ງດັ່ງກ່າວນັ້ນແມ່ນຮັກສາ, ຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນ,   ຮ່ວມມືລະຫວ່າງກໍາລັງທະຫານເຮືອຂອງສອງປະເທດ.

ໃນໄລຍະຢ້ຽມຢາມຫວຽດນາມ ແຕ່ວັນທີ 23 ຮອດວັນທີ 25 ພຶດສະພາ, ຄະນະປະຕິບັດງານກໍາປັ່ນຝຶກແອບ Qi Jiguang ຈະເຂົ້າຢ້ຽມຂໍ່ານັບການນໍານະຄອນດ່ານັງ, ກອງບັນຊາການທະຫານເຮືອເຂດ 5, ກອງບັນຊາການທະຫານເຮືອເຂດ 3; ຢ້ຽມຊົມທັດສະນີຍະພາບຢູ່ນະຄອນດ່ານັງ ບາງແຫ່ງ; ດໍາເນີນການຝຶກແອບຮ່ວມກັນກັບກໍາປັ່ນທະຫານເຮືອປະຊາຊົນຫວຽດນາມ ແລະເຂົ້າຮ່ວມການເຄື່ອນໄຫວແຂ່ງຂັນກິລາມິດຕະພາບ.

ໂດຍ: ໄຊນີດາ