ກະຊວງປ້ອງກັນປະເທດ ຈັດການພົບປະກັບສະມາຊິກສະພາແຫ່ງຊາດທີ່ພວມປະຕິບັດງານຢູ່ກອງທັບ
ກປ.ອອນໄລ - ຕອນບ່າຍວັນທີ 21 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດການພົບປະກັບສະມາຊິດສະພາແຫ່ງຊາດ ທີ່ປະຕິບັດງານຢູ່ກອງທັບກ່ອນທີ່ຈະດໍານເນີນກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຊຸດທີ XV. ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານການພົບປະ.
ທີ່ການພົບປະ, ບັນດາຜູ້ແທນໄດ້ຮັບຟັງການນໍາກົມໃຫຍ່ເສນາທິການ ລາຍງານກ່ຽວກັບສະພາບການໃນໂລກ ແລະພາກພື້ນທີ່ກ່ຽວຂ້ອງເຖິງໜ້າທີ່ການທະຫານ ແລະການປ້ອງກັນຊາດ; ໝາກຜົນຂອງການປະຕິບັດໜ້າທີ່ດ້ານການທະຫານ, ການປ້ອງກັນຊາດ ແລະການປະຕິບັດລະບຽບວິໄນ ແລະກົດໝາຍໃນໄລຍະຜ່ານມາ.
    |
 |
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນສະຫຼຸບທີ່ການພົບປະ. ພາບ: ວັນຈ໊ຽນ |
ກ່າວຄຳເຫັນສະຫຼຸບທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ສະເໜີໃຫ້ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຊຸດທີ XV ຄວນເສີມຂະຫຍາຍຈິດໃຈ, ຄວາມຮັບຜິດຊອບ, ປະຕິບັດບົດບາດ, ສິດອຳນາດຂອງບັນດາສະມາຊິກສະພາແຫ່ງຊາດໃຫ້ດີ ເພື່ອເຂົ້າຮ່ວມການປະກອບຄຳເຫັນ ແລະປະກອບສ່ວນເຂົ້າບັນດາເນື້ອໃນທີ່ສະພາແຫ່ງຊາດນຳມາປຶກສາຫາລື, ຂໍຄວາມເຫັນ.
ທ່ານລັດຖະມົນຕີ ໃສ່ໃຈວ່າ: ເມື່ອກ່າວຄຳປາໄສ, ບັນດາສະມາຊິກສະພາແຫ່ງຊາດຕ້ອງກະກຽມໄວ້ລ່ວງໜ້າ, ເນື້ອໃນຕ້ອງລະອຽດ, ປະກອບຄຳເຫັນໃຫ້ຈະແຈ້ງ, ຖືກຕາມທັດສະນະຂອງຄະນະພັກການການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ພິເສດແມ່ນຮ່າງກົດໝາຍທີ່ກ່ຽວຂ້ອງເຖິງກອງທັບໂດຍກົງ.
ໃນເວລາທີ່ເຮັດວຽກ, ບັນດາສະມາຊິກສະພາແຫ່ງຊາດ ຕ້ອງສະແດງການເປັນແບບຢ່າງໃນການປະຕິບັດຂໍ້ກຳນົດຂອງສະພາແຫ່ງຊາດຢ່າງເຂັ້ມງວດ, ປະຕິບັດໃຫ້ຖືກຕາມລະບຽບຫຼັກການຂອງຜູ້ເປັນໂຄສົກ, ຮັບປະກັນຄວາມລັບດ້ານການທະຫານ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມ.
ໂດຍ: ທະນາພອນ