ທີ່ການພົບປະເຈລະຈາ, ການນໍາກອງບັນຊາການທະຫານແຂວງກວາງບິ່ງ ແລະຄໍາມ່ວນ ແຈ້ງໃຫ້ກັນຮັບຊາບບາງໝາກຜົນພົ້ນເດັ່ນໃນບັນດາຂົງເຂດເສດຖະກິດ, ການເມືອງ, ວັດທະນະທໍາ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຊິ່ງສອງແຂວງບັນລຸໃນໄລຍະຜ່ານມາ.

leftcenterrightdel
ຄະນະຜູ້ແທນກອງບັນຊາການທະຫານແຂວງກວາງບິ່ງ ແລະແຂວງຄໍາມ່ວນ ເຊັນບົດບັນທຶກສົມທົບກັນປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ປີ 2023-2024. ພາບ: qdnd.vn

ໃນບັນຍາກາດສາມັກຄີ, ເອກະພາບ, ຄະນະຜູ້ແທນກອງບັນຊາການທະຫານສອງແຂວງໄດ້ເຊັນບົດບັນທຶກສົມທົບກັນປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ປີ 2023-2024. ໃນນັ້ນຈຸດສຸມແມ່ນຮັກສາ, ປະຕິບັດການແລກປ່ຽນ, ສະໜອງຂໍ້ມູນກ່ຽວກັບສະພາບຂອງແຕ່ລະປະເທດ ແລະບໍລິເວນສອງແຂວງຢ່າງທັນການ, ມີປະສິດທິຜົນ. ເພີ່ມທະວີການສຶກສາ, ຍົກສູງຄວາມຮັບຮູ້ໃຫ້ພະນັກງານ, ນັກຮົບ ແລະປະຊາຊົນກ່ຽວກັບນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ ກໍ່ຄືກໍາລັງປະກອບອາວຸດສອງແຂວງກວາງບິ່ງ ແລະຄໍາມ່ວນ; ຕັດສິນໃຈສ້າງເສັ້ນຊາຍແດນກວາງບິ່ງ-ຄໍາມ່ວນ ສັນຕິພາບ, ມິດຕະພາບ, ຮ່ວມມື, ສະຖຽນລະພາບ ແລະພັດທະນາ. ສືບຕໍ່ສົມທົບກັນປະຕິບັດວຽກງານຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ບໍລິເວນແຂວງຄໍາມ່ວນ...

leftcenterrightdel
ກອງບັນຊາການທະຫານແຂວງກວາງບິ່ງ ມອບຂອງຂວັນໃຫ້ກອງບັນຊາການທະຫານແຂວງຄໍາມ່ວນ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານແຂວງກວາງບິ່ງ ໄດ້ມອບຂອງຂວັນ, ອຸປະກອນຫ້ອງການໃຫ້ກອງບັນຊາການທະຫານແຂວງຄໍາມ່ວນ ດ້ວຍຍອດມຸນຄ່າ 200 ລ້ານດົ່ງ.

ໂດຍ:​ ໄຊນີດາ