ຊຸກຍູ້ການຮ່ວມມືລະຫວ່າງກຳລັງກໍາຫຼວດຫວຽດນາມ ແລະກໍາລັງປ້ອງກັນຄວາມສະຫງົບລາວ
ກປ.ອອນໄລ - ຕອນບ່າຍວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນໂທ ກົງທອງ ພົງວິຈິດ, ກໍາມະການສູນກາງພັກ ປະຊາຊົນ ປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ.
ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ: ກະຊວງຕຳຫຼວດຫວຽດນາມ ປາດຖະໜາຢາກຮ່ວມມືກັບກະຊວງປ້ອງກັນຄວາມສະຫງົບລາວ ໃນການຮັກສາເອກະລາດ, ເປັນເຈົ້າຕົນເອງ ແລະຮັກສາສະຖຽນລະພາບດ້ານການເມືອງໄວ້ຢ່າງໝັ້ນຄົງ, ຮັກສາການພົວພັນກັບບັນດາປະເທດ, ບໍ່ປະໃຫ້ອິດທິກຳລັງຕ່າງປະເທດສວຍໃຊ້ປະເທດນີ້ເພື່ອກໍ່ຄວາມເສຍຫາຍເຖິງຄວາມໝັ້ນຄົງ ແລະສະຖຽນລະພາບຂອງປະເທດອື່ນ ກໍ່ຄືກໍ່ຄວາມແບ່ງແຍກການພົວພັນລະຫວ່າງສອງປະເທດ; ປາດຖະໜາວ່າ ປະເທດລາວ ຈະແບ່ງປັນ ແລະສະໜັບສະໜູນຫວຽດນາມ ໃນການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງຜົນປະໂຫຍດຍຸດທະສາດ; ຢືນຢັນວ່າ, ກະຊວງຕຳຫຼວດຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍລາວ ຮັບປະກັນຄວາມໝັ້້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃນປີປະທານອາຊຽນ 2024.
    |
 |
ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ຕ້ອນຮັບທ່ານພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານລັດຖະມົນຕີ ສະເໜີໃຫ້ກຳລັງປ້ອງກັນຄວາມສະຫງົບຂອງສອງປະເທດຮັກສາການພົວພັນແບບພິເສດທີ່ເປັນມູນເຊື້ອ, ສະໜິດຕິດພັນບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ຄວາມຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຄົາລົບເຊິ່ງກັນ ແລະກັນ; ພ້ອມກັນມານະພະຍາຍາມ ຜັນຂະຫຍາຍການປະຕິບັດວຽກງານ ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະສັນໃນບົດບັນທຶກກອງປະຊຸມ, ຮັບປະກັນເນື້ອແທ້, ປະສິດທິຜົນ, ເພື່ອຄວາມໝັ້ນຄົງ ແລະຜົນປະໂຫຍດຂອງແຕ່ລະປະເທດ ແລະປະຊາຊົນສອງປະເທດ; ...
ທ່ານລັດຖະມົນຕີ ປາດຖະໜາວ່າ ການພົວພັນຮ່ວມມືແບບພິເສດລະຫວ່າງສອງກະຊວງ ແລະລະຫວ່າງກໍາລັງຕໍາຫຼວດຫວຽດນາມ ແລະກຳລັງປ້ອງກັນຄວາມສະຫງົບລາວ ສືບຕໍ່ພັດທະນາຢ່າງດີງາມ; ອວຍພອນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງຫວຽດນາມ ແລະ ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.
ທ່ານຮອງລັດຖະມົນຕີ ກົງທອງ ພົງວິຈິດ ປາດຖະໜາວ່າ ສອງຝ່າຍສືບຕໍ່ສົມທົບກັນຢ່າງມີປະສິດທິຜົນ, ຮັກສາການພົບປະແລກປ່ຽນວຽກງານປະຈໍາ ໄລຍະລະຫວ່າງກຳລັງປ້ອງກັນຄວາມສະຫງົບ ແລະຕຳຫຼວດຢູ່ບັນດາທ້ອງຖິ່ນຕິດກັບຊາຍແດນ; ເດັດດ່ຽວບໍ່ປະໃຫ້ອິດທິກຳລັງປໍລະປັກ ແລະປະຕິການສວຍໃຊ້ປະເທດນີ້ ເພື່ອຕ້ານຄືນປະເທດອື່ນ, ທຳລາຍສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ; ໂດຍສະເພາະແມ່ນບໍ່ໃຫ້ແບ່ງແຍກສາຍພົວພັນມິດຕະພາບລະຫວ່າງສອງປະເທດ.
ໂດຍ: ທະນາພອນ