ປິດຊຸດຝຶກອົບຮົມກ່ອນຜັນຂະຫຍາຍໃຫ້ແກ່ໂຮງໝໍສະໜາມຂັ້ນ 2 ເລກ 5
ກປ.ອອນໄລ - ວັນທີ 17 ມີນາ, ກົມຮັກສາສັນຕິພາບຫວຽດນາມ ໄດ້ສົມທົບກັບໂຮງໝໍເສນາຮັກ 175 ຈັດພິທີປິດຊຸດຝຶກອົບຮົມກ່ອນຜັນຂະຫຍາຍໃຫ້ແກ່ໂຮງໝໍສະໜາມຂັ້ນ 2 ເລກ 5 ທີ່ເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ ໃນປີ 2023.
    |
 |
ການນຳກົມຮັກສາສັນຕິພາບຫວຽດນາມ ມອບໃບຢັ້ງຢືນໃຫ້ພະນັກງານ, ລັດຖະກອນໂຮງໝໍສະໜາມຂັ້ນ 2 ເລກ 5. ພາບ: ຮົ່ງຢາງ |
ໃນຂອບເຂດໂຄງການ, ພະນັກງານ, ລັດຖະກອນໂຮງໝໍສະໜາມຂັ້ນ 2 ເລກ 5 ແລະພະນັກງານໄດ້ຮັບການຝຶກອົບຮົມເນື້ອໃນສັງລວມກ່ຽວກັບ ສປຊ, ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ມາດຕະຖານ ແລະຄຸນຄ່າພື້ນຖານຂອງພະນັກງານຮັກສາສັນຕິພາບ ສປຊ; ... ດ້ວຍເນື້ອໃນ ທິດສະດີ ແລະການປະຕິບັດຕົວຈິງ. ພິເສດ, ໂຄງການຍັງມີບັນດາເນື້ອໃນຝຶກຊ້ອມສັງລວມດ້ວຍຫຼາຍກໍລະນີຕິດແທດກັບສະພາບຕົວຈິງແຫ່ງການເຄື່ອນໄຫວຢູ່ຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດຢູ່ຊູດັງໃຕ້ (UNMISS), ຊ່ວຍໃຫ້ພະນັກງານ, ລັດຖະກອນໂຮງໝໍສະໜາມຂັ້ນ 2 ເລກ 5 ເຂົ້າເຖິງຫຼັກການເຮັດວຽກຢູ່ຄະນະປະຕິບັດງານ UNMISS.
ຜ່ານຊຸດຝຶກອົບຮົມຈະຊ່ວຍໃຫ້ພະນັກງານ, ລັດຖະກອນຂອງໂຮງໝໍສະໜາມຂັ້ນ 2 ເລກ 5 ປັບປຸງທັກສະການເຮັດວຽກໃນກຸ່ມ, ມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາອົງການ ແລະກົມກອງໃນໂຮງໝໍກວ່າອີກ, ມີໄຫວພິບໃນການແກ້ໄຂທຸກກໍລະນີ,...
ໂດຍ: ທະນາພອນ