leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ກ່າວຄໍາເຫັນສະຫຼຸບການເຮັດວຽກ. ພາບ: qdnd.vn

ທ່ານພົນໂທ ຫງວຽນເຕິນເກືອງ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານ ເຢືອງວັນອານ ເລຂາພັກແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງບິ່ງຖ້ວນ ເປັນປະທານການເຮັດວຽກ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພົນໂທ ຫງວຽນເຕິນເກືອງ ເນັ້ນໜັກວ່າ ໂຄງການລົງທຶນກໍ່ສ້າງສະໜາມບິນ ຟານທ໊ຽດ ແມ່ນໂຄງການຈຸດສຸມລະດັບຊາດ, ຈຸດສຸມດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກໍ່ຄືປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງບິ່ງຖ້ວນ ແລະພາກພື້ນ. ເພື່ອຍູ້ໄວຄວາມຄືບໜ້າໃຫ້ໂຄງການ, ທ່ານພົນໂທ ຫງວຽນເຕິນເກືອງ ຮຽກຮ້ອງໃຫ້ບັນດາກົມກອງ, ທ້ອງຖິ່ນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຍູ້ແຮງຄວາມຄືບໜ້າໃນການກໍ່ສ້າງກິດຈະກໍາຍ່ອຍການບິນພົນລະເຮືອນທີ່ກ່ຽວຂ້ອງເຖິງເຂດນໍາໃຊ້ລວມ, ຮັບປະກັນນໍາສະໜາມບິນເຂົ້າເຄື່ອນໄຫວຕາມເວລາທີ່ໄດ້ໃຫ້ຄໍາໝັ້ນສັນຍາ.

leftcenterrightdel
ການນໍາກະຊວງປ້ອງກັນປະເທດ ແລະແຂວງບິ່ງຖ້ວນ ເປັນປະທານການເຮັດວຽກ. ພາບ: qdnd.vn

ສໍາລັບຜູ້ຮັບເໝົາກໍ່ສ້າງ, ທ່ານ ຫົວໜ້າກົມໃຫຍ່ເສນາທິການ ຮຽກຮ້ອງຕ້ອງເພີ່ມທະວີກໍາລັງຄົນ, ພາຫະນະອຸປະກອນ, ສຸມໃສ່ແຫຼ່ງກໍາລັງດ້ານການເງິນ ເພື່ອປະຕິບັດສໍາເລັດວຽກງານຕາມສັນຍາ, ຄວາມຄືບໜ້າຂອງໂຄງການທີ່ໄດ້ອະນຸມັດຜ່ານ; ຍູ້ແຮງຄວາມຄືບໜ້າໃນການກໍ່ສ້າງໂຄງການ, ຮັບປະກັນຄຸນນະພາບແມ່ນປັດໄຈແຖວໜ້າ, ເອົາໃຈໃສ່ຄວາມປອດໄພ, ປົກປັກຮັກສາສິ່ງແວດລ້ອມ, ປະຕິບັດຖືກຕາມຂໍ້ກໍານົດຂອງກົດໝາຍ.  

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ຮຽກຮ້ອງໃຫ້ບັນດາກົມກອງຍູ້ໄວຄວາມຄືບໜ້າໃນການກໍ່ສ້າງໂຄງການ, ເອົາໃຈໃສ່ຄຸນນະພາບການກໍ່ສ້າງໂຄງການທີ່ການລົງກວດກາໃນວັນດຽວກັນ. ພາບ: qdnd.vn

ໃນວັນດຽວກັນ, ທ່ານພົນໂທ ຫງວຽນເຕິນເກືອງ ພ້ອມດ້ວຍຄະນະ ແລະການນໍາແຂວງບິ່ງຖ້ວນ ໄດ້ລົງກວດກາຕົວຈິງຄວາມຄືບໜ້າໃນການກໍ່ສ້າງສະໜາມບິນ ຟານທ໊ຽດ ຢູ່ພາກສະໜາມ ແລະບ່ອນກິນບ່ອນຢູ່, ບ່ອນເຮັດວຽກຂອງບັນດາກົມກອງ. 

 

ໂດຍ: ໄຊຊະນະ