leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ຢ້ຽມຢາມ ແລະເຮັດວຽກຢູ່ຄ້າຍທະຫານຊາຍແດນ ປໍແຮ່ນ. ພາບ: ຕ໊ວນຮຸຍ.

ເມື່ອໂອ້ລົມກັບພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ປໍແຮ່ນ, ທ່ານລັດຖະມົນຕີ ຟານວັນຢາງ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານ ເຊິ່ງ ກົມກອງ ບັນລຸໄດ້ໃນການປະຕິບັດໜ້າທີ່ວຽກງານໃນຊຸມປີຜ່ານມາ...

leftcenterrightdel
ທ່ານພົນເອກ ຟານວັນຢາງ ລະດົມກໍາລັງໃຈພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ປໍແຮ່ນ. ພາບ: ຕ໊ວນຮຸຍ.

ເນັ້ນໜັກການຄຸ້ມຄອງ, ປົກປັກຮັກສາຊາຍແດນແມ່ນໜ້າທີ່ການເມືອງສໍາຄັນແຖວໜ້າ, ຈຸດສຸມຂອງທະຫານຊາຍແດນ, ທ່ານລັດຖະມົນຕີ ຟານວັນຢາງ ຫວັງວ່າ ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ປໍແຮ່ນ ຈະສືບຕໍ່ເສີມຂະຫຍາຍຄຸນທາດອັນດີງາມຂອງທະຫານລຸງໂຮ່, ມູນເຊື້ອກົມກອງສອງຄັ້ງໄດ້ຮັບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ, ມານະພະຍາຍາມສູ້ຊົນ, ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດສໍາເລັດທຸກໜ້າທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ; ຮຽກຮ້ອງໃຫ້ຄະນະພັກ, ຄະນະບັນຊາກົມກອງ ຮັກສາ, ປະຕິບັດຂໍ້ກໍານົດກ່ຽວກັບການກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ຈັດຕັ້ງການລາດຕະເວນ, ຄຸ້ມຄອງຊາຍແດນຢ່າງແໜ້ນແຟ້ນ, ເພີ່ມທະວີວຽກງານຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາ, ບັນດາການເຄື່ອນໄຫວເຂົ້າອອກເມືອງຜິດກົດໝາຍ; ຍູ້ແຮງວຽກງານພົວພັນຕ່າງປະເທດ, ສົມທົບ, ແລກປ່ຽນຂໍ້ມູນຂ່າວສານກັບກໍາລັງຄຸ້ມຄອງ, ປົກຮັກສາຊາຍແດນປະເທດເພື່ອນໃນການກໍ່ສ້າງ, ຄຸ້ມຄອງ, ປົກປັກຮັກສາຊາຍແດນແຫ່ງຊາດ, ແກ້ໄຂບັນຫາທີ່ເກີດຂຶ້ນໃໝ່ຢູ່ເສັ້ນຊາຍແດນຢ່າງທັນການ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ຕ໊ວນຮຸຍ.

ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ມອບຂອງຂວັນໃຫ້ກອງບັນຊາການທະຫານນະຄອນ ມ໊ອງກ໊າຍ; ບັນດາຄ້າຍທະຫານຊາຍແດນ: ປໍແຮ່ນ, ບັກເຊີນ ແລະກວ໋າງດຶກ ຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງກວ໋າງນິງ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ປໍແຮ່ນ. ພາບ: ຕ໊ວນຮຸຍ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ຂຽນຄວາມຮູ້ສຶກຢູ່ເຂດອະນຸສອນສະຖານບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ປໍແຮ່ນ. ພາບ: ຕ໊ວນຮຸຍ.

ຕອນບ່າຍວັນດຽວກັນ, ທ່ານລັດຖະມົນຕີ ຟານວັນຢາງ ພ້ອມດ້ວຍຄະນະ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ຢູ່ເຂດອະນຸສອນສະຖານບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ປໍແຮ່ນ. ໃນທ່າມກາງບັນຍາກາດທີ່ເຄັ່ງຂຶມ, ຕໍ່ໜ້າດວງວິນຍານຂອງບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະ ໄດ້ຖະຫວາຍທູບທຽນ, ດອກໄມ້ອາໄລຫາ ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ 209 (ປັດຈຸບັນແມ່ນຄ້າຍທະຫານຊາຍແດນ ປໍແຮ່ນ) ແລະພະນັກງານນິຄົມປ່າໄມ້ ຫາຍເຊີນ, ພາລະກອນການຄ້າ ມ໊ອງກ໊າຍ ທີ່ເສຍສະຫຼະຊີວິດ ໃນການປະຕິບັດໜ້າທີ່.

leftcenterrightdel
 
leftcenterrightdel
 
leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນໃນບໍລິເວນນະຄອນ ມ໊ອງກ໊າຍ ແລະເມືອງ ຫາຍຮ່າ (ກວ໋າງນິງ). ພາບ: ຕ໊ວນຮຸຍ.

ໂອກາດນີ້, ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ມອບຂອງຂວັນໃຫ້ເປົ້າໝາຍນະໂຍບາຍ, ຄອບຄົວປະສົບຄວາມຫຍຸ້ງຍາກ ແລະພວກຫຼານນັກຮຽນໃນໂຄງການ “ຊ່ວຍນ້ອງໄປໂຮງຮຽນ - ລູກຮັກຄ້າຍທະຫານຊາຍແດນ” ໃນບໍລິເວນນະຄອນ ມ໊ອງກ໊າຍ ແລະເມືອງ ຫາຍຮ່າ (ກວ໋າງນິງ).

ໂດຍ: ໄຊຊະນະ