ພົນເອກ ຟານວັນຢາງ ເຂົ້າຮ່ວມພິທີເປີດສາກຕົ້ນລະດູບານໃໝ່ ປີເຖາະ 2023 ຂອງແມ່ທັບ 11
ກປ.ອອນໄລ - ວັນທີ 30 ມັງກອນ, ທີ່ເຂດກໍ່ສ້າງຫໍພິພິທະພັນປະຫວັດສາດກອງທັບຫວຽດນາມ (ຢູ່ເມືອງນາມຕື່ລຽມ, ນະຄອນຮ່າໂນ້ຍ), ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ ໄດ້ລົງຢ້ຽມຢາມ, ລະດົມກໍາລັງໃຈ, ອວຍພອນບຸນເຕັດພະນັກງານ, ພາລະກອນ, ຊາວຜູ້ອອກແຮງງານແມ່ທັບ 11 ແລະເຂົ້າຮ່ວມພິທີເປີດສາກຕົ້ນລະດູບານໃໝ່ ປີເຖາະ 2023 ຂອງແມ່ທັບ 11.
    |
 |
ບັນຍາກາດ ທີ່ພິທີເປີດສາກຕົ້ນລະດູບານໃໝ່. ພາບ: qdnd.vn |
ເຂົ້າຮ່ວມຄະນະປະຕິບັດງານ ຍັງມີບັນດາສະຫາຍການນໍາ ກະຊວງປ້ອງກັນປະເທດ, ຜູ້ບັນຊາການບັນດາອົງການ, ກົມກອງຂຶ້ນກັບກະຊວງປ້ອງກັນປະເທດ.
ຕາງໜ້າຄະນະພັກການທະການສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ຍ້ອງຍໍຊົມເຊີຍໝາກຜົນ, ຜົນງານ ເຊິ່ງແມ່ທັບ 11 ບັນລຸໄດ້ໃນຊຸມປີຜ່ານມາ. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ນັບມື້ນັບສູງ, ທ່ານພົນເອກ ຟານວັນຢາງ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ ພະນັກງານ, ພາລະກອນ, ຊາວຜູ້ອອກແຮງງານແມ່ທັບ 11 ຄວນສືບຕໍ່ຊາບຊຶມ, ຜັນຂະຫຍາຍການປະຕິບັດມະຕິຂອງພັກ ຢ່າງເຂັ້ມງວດ; ສຸມໃສ່ວຽກງານໃນທັນທີ, ສ້າງບັນຍາກາດຟົດຟື້ນມ່ວນຊື່ນ, ມານະພະຍາຍາມສູ້ຊົນປະຕິບັດໜ້າທີ່ ນັບແຕ່ຕົ້ນປີໃຫ້ດີ. ເອົາໃຈໃສ່ວຽກງານກໍ່ສ້າງ ຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ, ສ້າງໂຄງປະກອບການຈັດຕັ້ງພະນັກງານບັນຈຸຄືນໃໝ່, ວິທີການນໍາໃຊ້ຜູ້ອອກແຮງງານ; ເພີ່ມທະວີການລົງທຶນ, ຍົກສູງຄວາມສາມາດຂອງວິສາຫະກິດ, ຍູ້ແຮງການຫັນປ່ຽນດີຈີຕອນ, ຄົ້ນຄວ້າໝູນໃຊ້ວິທະຍາສາດ-ເຕັກໂນໂລຢີ, ເຕັກນິກການຜະລິດທີ່ທັນສະໄໝ; ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຜັນຂະຫຍາຍການລົງມືກໍ່ສ້າງ ໃຫ້ມີປະສິດທິຜົນສູງ, ຮັບປະກັນຄວາມຄືບໜ້າ ຂອງບັນດາໂຄງການຈຸດສຸມ.
    |
 |
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ເລືອງເກື່ອງ ມອບຂອງຂວັນຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໃຫ້ແມ່ທັບ 11. ພາບ: qdnd.vn |
    |
 |
ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຜູ້ແທນ ຖ່າຍຮູບລວມພ້ອມກັບການນໍາ, ຜູ້ບັນຊາການແມ່ທັບ 11. ພາບ: qdnd.vn |
ສໍາລັບໂຄງການຫໍພິພິທະພັນປະຫວັດສາດກອງທັບຫວຽດນາມ, ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ຄະນະພັກ, ຜູ້ບັນຊາການແມ່ທັບ 11 ກໍານົດວ່າ ນີ້ແມ່ນກິດຈະການສໍາຄັນພິເສດ, ຈາກນັ້ນເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບສູງທີ່ສຸດ, ສ້າງແຜນການ ແລະວິທີການລົງມືກໍ່ສ້າງໃຫ້ມີແບບມີແຜນ, ລະອຽດ, ເໝາະສົມ, ຮັບປະກັນປະສິດທິຜົນ, ຄວາມຄືບໜ້າ, ຄຸນນະພາບ ແລະຄວາມປອດໄພ.
ໂດຍ: ທູຈາງ