ພົນເອກ ເລືອງເກື່ອງ ຢ້ຽມຢາມ, ອວຍພອນບຸນເຕັດບັນດາສະຫາຍອະດີດການນຳກົມໃຫຍ່ການເມືອງ
ກປ.ອອນໄລ - ຕອນບ່າຍວັນທີ 18 ມັງກອນ, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີເຖາະ 2023, ສະຫາຍພົນເອກ ເລືອງເກື່ອງ, ກຳມະການກົມການເມືອງ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ ບັນດາສະຫາຍອະດີດຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ: ພົນເອກ ຫງວຽນກວຽດ ແລະພົນໂທ ຟ້າມແທັງເງິນ.
    |
 |
ສະຫາຍພົນເອກ ເລືອງເກື່ອງ ຢ້ຽມຢາມ, ອວຍພອນບຸນເຕັດສະຫາຍ ພົນເອກ ຫງວຽນກວຽດ. ພາບ: ຮົ່ງແທັ້ງ |
ສະຫາຍພົນເອກ ເລືອງເກື່ອງ ອວຍພອນສະຫາຍພົນເອກ ຫງວຽນກວຽດ ແລະສະຫາຍພົນໂທ ຟ້າມແທັງເງິນ ຈົ່ງມີສຸຂະພາບແຂງແຮງ, ອາຍຸຍືນ, ສືບຕໍ່ເອົາໃຈໃສ່, ປະກອບພູມປັນຍາເຂົ້າໃນພາລະກິດປະຕິວັດຂອງພັກ, ພາລະກິດກໍ່ສ້າງກອງທັບ ເວົ້າລວມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເວົ້າສະເພາະ. ສະຫາຍພົນເອກ ເລືອງເກື່ອງ ແຈ້ງໂດຍສັງເຂບບັນດາໝາກຜົນໃນການປະຕິບັດໜ້າທີ່, ການເຄື່ອນໄຫວວຽກງານພັກ, ວຽກງານການເມືອງຂອງທົ່ວກອງທັບໃນປີ 2022, ທິດທາງໜ້າທີ່ປີ 2023. ເນື່ອງໃນໂອກາດນີ້, ບັນດາກົມກອງໃນທົ່ວກອງທັບ ສືບຕໍ່ການເຄື່ອນໄຫວຝຶກແອບ, ກຽມພ້ອມສູ້ຮົບ, ເບິ່ງແຍງດູແລບຸນເຕັດໃຫ້ທະຫານ, ຜູ້ມີຄຸນງາມຄວາມດີ, ຜູ້ທຸກຍາກໃນທົ່ວປະເທດ.
    |
 |
ສະຫາຍພົນເອກ ເລືອງເກື່ອງ ຢ້ຽມຢາມ, ອວຍພອນບຸນເຕັດສະຫາຍພົນໂທ ຟ້າມແທັງເງິນ. ພາບ: ຮົ່ງແທັ້ງ |
    |
 |
ສະຫາຍພົນເອກ ເລືອງເກື່ອງ ແລະຄະນະປະຕິບັດງານ ໂອ້ລົມກັບສະຫາຍພົນໂທ ຟ້າມແທັງເງິນ. ພາບ: ຮົ່ງແທັ້ງ |
ສະຫາຍ ພົນເອກ ຫງວຽນກວຽດ ແລະພົນໂທ ຟ້າມແທັງເງິນ ສະແດງຄວາມປິຕິຊົມຊື່ນຕໍ່ຄວາມເອົາໃຈໃສ່ຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ພາກພູມໃຈຕໍ່ບັນດາຜົນງານ ເຊິ່ງກອງທັບບັນລຸໄດ້ໃນໄລຍະຜ່ານມາ; ພ້ອມທັງປາດຖະໜາວ່າ ພະນັກງານ, ນັກຮົບທົ່ວກອງທັບ ເວົ້າລວມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເວົ້າສະເພາະ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອທະຫານລຸງໂຮ່, ປະຕິບັດທຸກໜ້າທີ່ວຽກງານໃຫ້ປະສົບຜົນສຳເລັດຢ່່າງຈົບງາມ.
ໂດຍ: ແສງເດືອນ