ຄວາມມ່ວນຊື່ນ ກ່ອນທີ່ໄປເກາະທະເລ 

ຢູ່ທ່າເຮືອ ກີ່ຮ່າ (ນຸ໊ຍແທັ່ງ, ກວ໋າງນາມ), ທ່ານພັນເອກ ເຈືອງບ໊າລອງ, ຮອງຜູ້ບັນຊາການ ຫົວໜ້າເສນາທິການຕໍາຫຼວດທະເລ ເຂດ 2 ແບ່ງປັນກັບພວກຂ້າພະເຈົ້າວ່າ “ຊຸມວັນທ້າຍປີ, ດິນຟ້າອາກາດບໍ່ເອື້ອອໍານວຍ, ທະເລຄະນອງແຮງ, ສະນັ້ນ ທາງກົມກອງ ຕ້ອງກະກຽມກໍາປັ່ນຫຼາຍລໍາ ຢ່າງລອບຄອບຖີ່ຖ້ວນ ເພື່ອກຽມພ້ອມປະຕິບັດໜ້າທີ່, ປະກອບສ່ວນຮັກສາອະທິປະໄຕທະເລ, ໝູ່ເກາະ ເພື່ອໃຫ້ພໍ່ແມ່ປະຊາຊົນຊາວປະມົງ ມີຄວາມອຸ່ນອ່ຽນໃຈຕ້ອນຮັບບຸນປີໃໝ່!”. 

ເຖິງວ່າ ທ່ານພັນເອກ ເຈືອງບ໊າລອງ ກ່າວໂດຍຫຍໍ້ຄືຈັ່ງຊັ້ນ, ແຕ່ຜ່ານການຊອກຮູ້, ພວກຂ້າພະເຈົ້າ ໄດ້ຮູ້ວ່າໄລ່ສະເພາະໃນປີ 2022, ທາງກົມກອງ ໄດ້ຈັດເຮືອ, ກໍາປັ່ນຫຼາຍຮ້ອຍເທື່ອໄປປະຕິບັດໜ້າທີ່ບົນທະເລ, ປະຕິບັດກົດໝາຍທີ່ບັນດາເກາະຕ່າງໆ ສົມທົບກັບການສະກັດກັ້ນ ແລະຕ້ານການຄ້າເຖື່ອນ, ການສໍ້ໂກງການຄ້າ. ກອງບັນຊາການຕໍາຫຼວດທະເລ ເຂດ 2 ໄດ້ຈັດສົ່ງກໍາປັ່ນຈໍານວນ 8 ເທື່ອ ໂດຍມີພະນັກງານ, ນັກຮົບ ຈໍານວນ 200 ເທື່ອຄົນ ເຂົ້າຮ່ວມການຊອກຫາບົນທະເລ, ພະຍາບານສຸກເສີນຢ່າງທັນການ, ກູ້ຊ່ວຍຊາວປະມົງ 23 ຄົນ, ແກ່ດຶງ 3 ພາຫະນະເຂົ້າເຂດດິນຕໍ່ແຜ່ນຢ່າງປອດໄພ.

leftcenterrightdel
ການນໍາກອງບັນຊາການຕໍາຫຼວດທະເລ ເຂດ 2 ອຸ້ມຫຼານ ມາຍຟ້າມເຟືອງລິງ ຂຶ້ນກໍາປັ່ນ CSB-8002 ອອກເກາະ ຫຼີ້້ເຊີນ. ພາບ: ຟານຕ໊ຽນຢຸງ.

ນໍ້າໃຈລະຫວ່າງທະຫານ ແລະປະຊາຊົນຍິ່ງສະໜິດແໜ້ນ, ເພາະວ່າ ຕໍາຫຼວດທະເລ ເຂດ 2 ໄດ້ຈັດຕັ້ງບັນດາກິດຈະກໍາເຄື່ອນໄຫວມຸ່ງໄປຫາພໍ່ແມ່ປະຊາຊົນ ຄື: “ຕໍາຫຼວດທະເລ ກັບພໍ່ແມ່ຊົນເຜົ່າ, ສາສະໜາ”, “ຕໍາຫຼວດທະເລ ຮ່ວມເດີນທາງພ້ອມກັບຊາວປະມົງ”... ຕາມນັ້ນແລ້ວ, ໃນປີ ມີຂອງຂວັນຈໍານວນ 2.400 ກວ່າພູດ ໄດ້ມອບໃຫ້ບັນດາຄອບຄົວຜູ້ມີຄຸນງາມຄວາມດີ, ຊາວປະມົງ, ພໍ່ແມ່ຊົນເຜົ່າ, ສາສະໜາ ທີ່ປະສົບກັບຄວາມຫຍຸ້ງຍາກ; ທຶນການສຶກສາຫຼາຍຮ້ອຍທຶນ, ມອບລົດຖີບໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງ; ປະຊາຊົນນັບພັນຄົນ ໄດ້ຮັບການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ... ເຊິ່ງເປັນຫຼັກຖານພະຍານສະແດງໃຫ້ເຫັນນໍ້າໃຈຂອງນັກຮົບຕໍາຫຼວດທະເລ.

ແລກປ່ຽນກັບພວກຂ້າພະເຈົ້າ, ທ່ານພັນໂທ ຫວູດຶກຕວຽນ ຮອງຫົວໜ້າເສນາທິການ ກອງພົນນ້ອຍຕໍາຫຼວດທະເລ 21 ອະທິບາຍຕື່ມອີກວ່າ “ເພື່ອສາມາດອອກສູ່ທະເລໃນເງື່ອນໄຂຟອງໃຫຍ່ລົມແຮງ, ພະນັກງານ, ນັກຮົບໃນກໍາປັ່ນ ຕ້ອງຊ່ວງເສັງກັບເວລາ ເພື່ອຜັນຂະຫຍາຍທຸກວຽກງານກະກຽມ. ບັນດາກໍາປັ່ນ ຍັງຕ້ອງກະກຽມແຜນການຖ້າຟອງໃຫຍ່ລົມແຮງ ທີ່ບັນທຸກປະຊາຊົນ ໄປເກາະ ຫຼີ້ເຊີນ ຕ້ອນຮັບບຸນປີໃໝ່ ໂດຍບໍ່ສາມາດເຂົ້າທຽບທ່າກໍາປັ່ນໄດ້ ແມ່ນຈະຈັດຕັ້ງໃຫ້ພໍ່ແມ່ປະຊາຊົນ ຕ້ອນຮັບບຸນປີໃໝ່ໃນກໍາປັ່ນເລີຍ. ສະນັ້ນ, ການນໍາກອງບັນຊາການຕໍາຫຼວດທະເລ ເຂດ 2 ຍັງກະກຽມເຄື່ອງສຽງ ແລະທັງອັງເປົາທີ່ນຳຈາກເຂດດິນຕໍ່ແຜ່ນອີກດ້ວຍ...”.

ໃນຄວາມມ່ວນຊື່ນທີ່ໄດ້ກັບເມືອບ້ານກິນກຸດນໍາແມ່, ລຸງ ມາຍແທັງລອງ, ຢູ່ບ້ານບິ່ງອ໊ຽນ, ຕາແສງອານຫາຍ, ເມືອງເກາະຫຼີ້ເຊີນ ເປີດເຜີຍວ່າ “ ຂ້າພະເຈົ້າ ສ້າງອາຊີບຢູ່ນະຄອນໂຮ່ຈີມິນ ໄດ້ 40 ກວ່າປີແລ້ວ, ມື້ນີ້ກັບເມືອບ້ານກິນກຸດ. ຄາດວ່າຈະໄປເກາະໃນສອງສາມມື້ກ່ອນແລ້ວ, ແຕ່ຟອງໃຫຍ່ລົມແຮງ,  ກໍາປັ່ນລໍານ້ອຍໄປບໍ່ໄດ້. ໂຊກດີ ທີ່ກອງບັນຊາການຕໍາຫຼວດທະເລ ເຂດ 2 ໄດ້ຈັດກໍາປັ່ນບັນທຸກລຳໃຫຍ່ໄປເກາະ, ຖ້າບໍ່ມີກໍາປັ່ນຂອງກອງບັນຊາການຕໍາຫຼວດທະເລ ເຂດ 2, ຂ້າພະເຈົ້າກັບບ້ານບໍ່ໄດ້, ຂ້າພະເຈົ້າ ຂໍຂອບໃຈຢ່າງຈິງໃຈມາຍັງພະນັກງານ, ນັກຮົບຕໍາຫຼວດທະເລ ເຂດ 2 - ຜູ້ທີ່ໄດ້ຊ່ວຍເຫຼືອປະຊາຊົນຢ່າງສຸດຈິດສຸດໃຈ!”.

ປະວຽກສ່ວນຕົວ ເບິ່ງແຍງວຽກສ່ວນລວມ

ໃກ້ຊິດກັບນັກຮົບຕໍາຫຼວດທະເລ ເຂດ 2, ພວກຂ້າພະເຈົ້າ ຍິ່ງນິຍົມນັບຖືຈິດໃຈແກ້ໄຂຄວາມຫຍຸ້ງຍາກ ເພື່ອປະຕິບັດສໍາເລັດໜ້າທີ່ຢ່າງດີເດັ່ນ. ເຈດຈໍານົງ ແລະມານະຈິດຂອງພວກອ້າຍ ໄດ້ເສີມສ້າງຄວາມຮັກຕໍ່ທະເລ, ໝູ່ເກາະຂອງປະເທດຊາດ. ເຫັນກັບຕາຊ່ວງເວລາບັນດາລູກເຮືອຊັກທຸງຊາດຂຶ້ນ, ທຸກຄົນເທິງກໍາປັ່ນ ຮູ້ສຶກສະເທືອນໃຈ, ອົບອຸ່ນ...

leftcenterrightdel
ກໍາປັ່ນ CSB-8002 ຝຶກແອບແຜນການກູ້ຊີບກູ້ໄພ. ພາບ: ນາມຈຸງ.

ໂອ້ລົມກັບພັນໂທ ເລຈູງແທັ່ງ, ຮອງຫົວໜ້າ ຫົວໜ້າເສນາທິການ ກອງພົນນ້ອຍຕໍາຫຼວດທະເລ 21, ຂ້າພະເຈົ້າ ເຂົ້າໃຈຕື່ມກ່ຽວກັບເລື່ອງລາວຜ່ານຜ່າຄວາມຫຍຸ້ງຍາກຂອງນາຍທະຫານທ່ານນີ້... ມື້ທີ່ອ້າຍ ຍັງເປັນຮ້ອຍເອກພິເສດ, ເປັນກັບຕັນກໍາປັ່ນ CSB-4033 ສັງກັດກອງພັນຕໍາຫຼວດທະເລ 201, ຕໍາຫຼວດທະເລ ເຂດ 2 ມີ ແມ່ ແມ່ນ ຮວິ່ງທິຍືດວ໊າ ເປັນໂລກມະເຮັ່ງຄໍ, ຕ້ອງປິ່ນປົວເປັນເວລາຫຼາຍມື້, ສ່ວນເມຍ ແມ່ນ ຟ້າມທິຮົ່ງຍຸງ ບໍ່ມີວຽກເຮັດງານທໍາ. ຍ້ອນສະພາບຄອບຄົວຄືຈັ່ງຊັ້ນທາງກົມກອງ ໄດ້ອະນຸຍາດໃຫ້ ແທັ່ງ ກັບເມືອບ້ານເພື່ອເບິ່ງແຍງລ້ຽງດູແມ່. ໂດຍແມ່ນພະນັກງານທີ່ຈູບຈ້າວຫ້າວຫັນ ແລະມີຄວາມຮັບຜິດຊອບ, ເຖິງວ່າກັບເມືອບ້ານຢູ່ແຂວງກວ໋າງຫງາຍ ແລ້ວ ແຕ່ໃນໃຈຂອງອ້າຍ ຍາມໃດກໍຄິດຮອດກົມກອງ, ຄິດຮອດເພື່ອນຮ່ວມກົມກອງ ທີ່ພວມປະຕິບັດໜ້າທີ່ປ້ອງກັນທະເລ. ພາຍຫຼັງໄລຍະເບິ່ງແຍງລ້ຽງດູແມ່, ແທັ່ງ ໄດ້ກັບຄືນກົມກອງ ກ່ອນກຳນົດເວລາກວ່າເຄິ່ງເດືອນ (ຕາມຕາຕະລາງພັກປະຈໍາປີ) ເພື່ອພ້ອມກັບເພື່ອນຮ່ວມກອງ ອອກສູ່ທະເລ.

ຊຸມວັນທ້າຍປີຂານ 2022, ພວກຂ້າພະເຈົ້າ ໄປຢາມຄອບຄົວພັນເອກ ຫງວຽນຫາຍຈິ້ງ ຮອງຫົວໜ້້າເສນາທິການອົບຮົມຕໍາຫຼວດທະເລ ເຂດ 2. ໃນຫ້້ອງຂະໜາດນ້ອຍ ຢູ່ຄອນໂດ ຫວູງທຸ່ງ (ດ່າ ນັ້ງ), ໂອ້ລົມກັບພວກ ຂ້າພະເຈົ້າ, ເອື້ອຍ ໂງທິໝີ້ແຮ້ງ - ເມຍ ອ້າຍ ຈິ້ງ ແບ່ງປັນວ່າ “ໂດຍຮູ້ແລ້ວວ່າຄວາມເປັນກຽດຍາມໃດກໍ່ໄປຄຽງຄູ່ກັບໜ້າທີ່ຮັບຜິດຊອບອັນໜັກໜ່ວງຂອງນັກຮົບຕໍາຫຼວດທະເລ. ເຖິງວ່າໄດ້ລຶ້ງເຄີຍກັບສະພາບ ຜົວ ບໍ່ຢູ່ໃນໂອກາດບຸນປີໃໝ່ປະຈໍາຊາດແລ້ວກໍ່ຕາມ, ແຕ່ເມື່ອລະດູບານໃໝ່ວຽນມາ, ເຫັນວ່າຄອບຄົວໃດ ຜົວເມຍ, ລູກຫຼານກໍ່ເຕົ້າໂຮມກັນ, ນ້ອງກໍ່ຮູ້ສຶກເຫງົາໃຈຫຼາຍ”. 

ຍ້້ອນບັນດາຖ້ຽວກໍາປັ່ນບັນທຸກຄວາມຜູກພັນຮັກໄຄ່ຂອງປະຊາຊົນ, ເພື່ອຄວາມຮັກຕໍ່ບ້ານເກີດເມືອງນອນ, ຕໍ່ປະເທດຊາດ, ເພື່ອອະທິປະໄຕທະເລ, ໝູ່ເກາະ, ລະດູບານໃໝ່ນີ້, ນັກຮົບຕໍາຫຼວດທະເລ ສືບຕໍ່ເດີນທາງອອກສູ່ທະເລ, ເຖິງແມ່ນວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການ, ແຕ່ເຂົາເຈົ້າ ລ້ວນແຕ່ຜ່ານຜ່າດ້ວຍຄວາມເຊື່ອໝັ້ນ ແລະການກະທໍາທີ່ກ້າຫານຂອງຕົນເອງ. 

ໂດຍ: ໄຊຊະນະ