ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນເຕິນເກືອງ ຮັບຮູ້ໝາກຜົນທີ່ພົ້ນເດັ່ນ ເຊິ່ງກອງພົນ 312 ບັນລຸໄດ້ໃນປີຜ່ານມາ; ພ້ອມທັງຢັ້ງຢືນວ່າ ປີ 2022, ກອງທັບ ປະຕິບັດສໍາເລັດໜ້າທີ່ຢ່າງຮອບດ້ານດ້ວຍໝາກຜົນສູງກວ່າປີກາຍ. ໂດຍສະເພາະແມ່ນ ໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບ, ເຂົ້າຮ່ວມການຊອກຫາກູ້ຊີບ, ກູ້ໄພ, ວຽກງານຂົນຂວາຍປະຊາຊົນ; ວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ... ໃນຜົນງານລວມນັ້ນມີການປະກອບສ່ວນຂອງພະນັກງານ, ນັກຮົບກອງພົນໃຫຍ່ ທີ 1 ແລະກອງພົນ 312.

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ມອບຂອງຂວັນ, ອວຍພອນບຸນເຕັດຢູ່ກອງພົນ 312 (ກອງພົນໃຫຍ່ ທີ 1). ພາບ: ເຊີນບີ່ງ

ທ່ານພົນໂທ ຫງວຽນເຕິນເກືອງ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ຄະນະພັກ, ຄະນະບັນຊາກອງພົນ 312 ສືບຕໍ່ຊາບຊຶມບັນດາຄໍາສັ່ງ, ມະຕິຂອງຂັ້ນເທິງຢ່າງເລິກເຊິ່ງ, ຫັນເປັນລະອຽດ, ໃກ້ຊິດຕິດແທດກັບພຶດຕິກໍາຕົວຈິງຂອງກົມກອງ; ຮັກສາລະບຽບການກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ປະຕິບັດໜ້າທີ່ “ຕໍ່ສູ້ໃນສະໄໝສັນຕິພາບ” ໃຫ້ເປັນຢ່າງດີ, ກຽມພ້ອມແກ້ໄຂບັນດາກໍລະນີ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນເປັນຢ່າງດີ. ເອົາໃຈໃສ່ຕໍ່ການບໍາລຸງສ້າງຍົກສູງລະດັບ, ຄຸນທາດ, ຄວາມສາມາດໃຫ້ຖັນແຖວພະນັກງານ; ປ່ຽນແປງໃໝ່, ຍົກສູງຄຸນນະພາບການຝຶກແອບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນສະພາບການໃໝ່; ປະຕິບັດວຽກງານກະກຽມ ແລະຕ້ອນຮັບນັກຮົບຄົນໃໝ່, ເຂົ້າການຝຶກແອບປີ 2023 ໃຫ້ເປັນຢ່າງດີ...

ທ່ານພົນໂທ ຫງວຽນເຕິນເກືອງ ໃສ່ໃຈວ່າ, ໃນໂອກາດບຸນປີໃໝ່ປະຈໍາຊາດ ປີເຖາະ 2023, ກອງພົນ 312 ຊີ້ນໍາບັນດາກົມກອງ ຮັບປະກັນຈຳນວນພົນປະຈໍາການກຽມພ້ອມສູ້ຮົບໃຫ້ເປັນຢ່າງດີ; ເພີ່ມທະວີວຽກງານກວດກາ, ບໍ່ລະເລີຍ, ປະໝາດ; ຮັບປະກັນວຽກງານພະລາທິການ, ການເງິນ, ໂດຍສະເພາະແມ່ນອັດຕານະໂຍບາຍບຸນເຕັດໃຫ້ພະນັກງານ, ນັກຮົບເປັນຢ່າງດີ; ເປັນເຈົ້າການສົມທົບກັບກໍາລັງຕ່າງໆ ກໍາແໜ້ນສະພາບການເພື່ອແກ້ໄຂກໍລະນີທີ່ເກີດຂຶ້ນຢ່າງທັນການ... ທ່ານພົນໂທ ຫງວຽນເຕິນເກືອງ ອວຍພອນໃຫ້ພະນັກງານ, ນັກຮົບກອງພົນ 312  ປີໃໝ່ຈົ່ງມີສຸຂະພາບແຂງແຮງ, ສາມັກຄີ, ກຽມພ້ອມສູ້ຮົບສູງ, ກົມກອງ ປອດໄພ 100% ແລະປະຕິບັດສໍາເລັດໜ້າທີ່ ຢ່າງດີເລີດ.

ໂດຍ: ໄຊນີດາ