ເມື່ອໄປຮອດທ່າກໍາປັ່ນທະຫານ ກາມແຣັງ (ແຂວງແຄ໊ງຮວ່າ) ກົງກັບໂອກາດທ້າຍປີ, ເທິງໜ້ານໍ້າທະເລສີຟ້າ,  ເມື່ອເຫັນຈັກຕາບັນດາກໍາປັ່ນດໍານໍ້າ ທີ່ໄດ້ຮັບຂະໜານນາມວ່າແມ່ນ “ຂຸມດໍາຂອງມະຫາສະໝຸດ” ເຄິ່ງໃຕ້ນ້ຳ, ເຄິ່ງເທິງນໍ້າ ດ້ວຍທຸງແດງດາວເຫຼືອງປິວສະບັດນັ້ນ, ຂ້າພະເຈົ້າຮູ້ສຶກໄດ້ຄວາມເອກອ້າງທະນົງໃຈ ແລະຄວາມສະຫງົບສຸກ ເມື່ອລະດູບານໃໝ່ວຽນມາ.

leftcenterrightdel
ລູກເຮືອ ກໍາປັ່ນ 184 ຫາຍຟ່ອງ (ກອງພົນນ້ອຍ 189, ເຫຼົ່າທັບເຮືອ)  ປະດັບປະດາກົມກອງ ກະກຽມຕ້ອນຮັບບຸນປີໃໝ່. ພາບ: ດັກຖັ໊ງ

ພາຂ້າພະເຈົ້າ ໄປຢ້ຽມຢາມກົມກອງ, ພັນໂທ ດ່າວວັນຖັ໊ງ, ຫົວໜ້າຫ້ອງການເມືອງກອງພົນນ້ອຍ 189 ແບ່ງປັນວ່າ: “ເມື່ອເຫັນບັນດາກໍາປັ່ນເຂົ້າທຽບທ່າ ຄິດວ່າເປັນເລື່ອງງ່າຍດາຍ, ແຕ່ລູກເຮືອປະຈຳການແຕ່ລະຄົນ  ຕ້ອງເຮັດວຽກຢ່າງຈິງຈັງສຸດຈິດສຸດໃຈ. ໃນໂອກາດບຸນເຕັດ, ໃຜກໍ່ຢາກເຕົ້າໂຮມກັນພ້ອມກັບຄອບຄົວ, ແຕ່ຍ້ອນປະຕິບັດໜ້າທີ່, ພະນັກງານ, ນັກຮົບກອງພົນນ້ອຍ 189 ພວກຂ້າພະເຈົ້າ ຕ້ອງປະຈໍາການໃນໂອກາດບຸນເຕັດ ແລະກຽມພ້ອມເຮັດທຸກສິ່ງທຸກຢ່າງເມື່ອປະເທດຊາດຕ້ອງການ".

- ຂ້າພະເຈົ້າຖາມອ້າຍ ຖັ໊ງ: ອ້າຍໄດ້ຕ້ອນຮັບບຸນເຕັດຢູ່ກົມກອງຈັກເທື່ອແລ້ວ?

- ພັນໂທ ດ່າວວັນຖັ໊ງ ແບ່ງປັນວ່າ: “ໂດຍໄດ້ດຳລົງຫຼາຍຖານະຕຳແໜ່ງ, ສະນັ້ນ, ຂ້າພະເຈົ້າ ຈຶ່ງໄດ້ຕ້ອນຮັບບຸນເຕັດຢູ່ກົມກອງມາຫຼາຍປີ ແລະປີນີ້ກໍ່ຄືກັນ”.

ບຸນເຕັດຂອງທະຫານກໍາປັ່ນດໍານໍ້າ ກໍ່ຄືກັນກັບພະນັກງານ, ນັກຮົບໃນກອງທັບປະຊາຊົນຫວຽດນາມ ນັ້ນ, ພຽງແຕ່ຕ່າງກັນ ຢູ່ບ່ອນວ່າເຂົາເຈົ້າທັງປະຕິບັດໜ້າທີ່ປະຈໍາການໃນກໍາປັ່ນ, ທັງຝຶກແອບວິຊາສະເພາະ... ໃນໂອກາດບຸນເຕັດ, ສະນັ້ນຈຶ່ງຄາວຽກຫຼາຍ.

ນອກຈາກເວລາປະຈໍາການ, ຝຶກແອບອົບຮົມຢູ່ກໍາປັ່ນແລ້ວ, ເມື່ອເຂົ້າທຽບທ່າ, ເຂົາເຈົ້າກໍ່ຟ້າວຟັ່ງງກັບການປະດັບປະດາ, ບຸລະນະສ້ອມແປງກົມກອງ, ເຂດລະຫຼິ້ນ, ຫໍ່ເຂົ້າຕົ້ມ, ຝຶກສະແດງສິລະປະຕ້ອນຮັບບຸນເຕັດ... ໃນໂອກາດບຸນເຕັດ ປີຂານ 2022, ເມື່ອໄດ້ເຫັນປະຈັກຕາບັນດາລູກເຮືອ ຂອງກໍາປັ່ນດໍານໍ້າ ກະກຽມແທ່ນບູຊາປະເທດຊາດ, ຂ້າພະເຈົ້າ ເຫັນກະຕຸກນໍ້າໃສທີ່ຕັ້ງເທິງແທ່ນບູຊາ ດ້ວຍແຖວໜັງສື “ນໍ້າທະເລໃນທ້ອງມະຫາສະໝຸດ”. ພັນຕີ ຫງວຽນຕ໊ຽນແທັ່ງ, ຮອງຫົວໜ້າພະແນກອາວຸດ, ກໍາປັ່ນ 184 ຫາຍຟ່ອງ ອະທິບາຍວ່າ: “ພວກຂ້າພະເຈົ້າ ເອ້ີນນີ້ວ່າແມ່ນ ເຄື່ອງຂອງບູຊາຂອງທະເລ. ບັນດາລູກເຮືອ ໄດ້ເອົານໍ້າທະເລຜ່ານລະບົບວານ ຢູ່ບ່ອນເລິກທີ່ສຸດ ເຊິ່ງກໍາປັ່ນດໍາໄດ້ລົງມາໃນປີ. ເມື່ອຕ້ອນຮັບປີໃໝ່, ແຕ່ລະຄົນ ໃນກອງປະຈໍາການ ຈະອວຍພອນໃຫ້ກັນປະສົບແຕ່ໂຊກດີ, ມີຄວາມຜາສຸກ, ປະສົບຜົນສໍາເລັດ ແລະພ້ອມກັນດື່ມນໍ້າທະເລ 2 ຈອກ ດ້ວຍທັດສະນະຄະຕິທີ່ວ່າ “ທະຫານກໍາປັ່ນດໍານໍ້າ, ຟູຂຶ້ນເທົ່າກັນ”. ໝາຍຄວາມວ່າ ກໍາປັ່ນດໍານໍ້າເມື່ອດໍານ້ຳແລ້ວຕ້ອງຟູຂຶ້ນ ຈຶ່ງຮັບປະກັນຄວາມປອດໄພ”.

leftcenterrightdel
ພະນັກງານ, ນັກຮົບກອງພົນນ້ອຍ 189, ເຫຼົ່າທັບເຮືອ ຫໍ່ເຂົ້າຕົ້ມ ຕ້ອນຮັບບຸນປີໃໝ່ປະຈໍາຊາດ. ພາບ: ດັກຖັ໊ງ

ຕາມພັນໂທ ຫງວຽນດຶກເຕື່ອງ, ຫົວໜ້າການເມືອງກອງພົນນ້ອຍ 189 ແລ້ວ, ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ບັນດາລູກເຮືອປະຈໍາການກໍາປັ່ນດໍານໍ້າ ຈະເປີດສຽງໂຫວດພ້ອມກັນ ເພື່ອຕ້ອນຮັບປີໃໝ່ ຄືດັ່ງຄໍາໝັ້ນໝາຍຈະພ້ອມກັນຕັດສິນໃຈປະຕິບັດສໍາເລັດທຸກໜ້າທີ່. ຍ້ອນແຕ່ລະກອງປະຈໍາການເຮັດວຽກໃນແຕ່ລະຫ້ອງທີ່ແຕກຕ່າງກັນ, ສະນັ້ນ ຜູ້ບັນຊາການກອງພົນນ້ອຍ ຈະລົງກໍາປັ່ນອວນພອນບຸນເຕັດ ຜ່ານລະບົບໂທສະສັບທົ່ວກໍາປັ່ນ.

ຍ້ອນລັກສະນະໜ້າທີ່ພິເສດ, ໂດຍໂດ້ຮັບຄວາມເອົາໃຈໃສ່ພິເສດຈາກພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ສະນັ້ນການດໍາລົງຊີວິດຂອງຄອບຄົວທະຫານກໍາປັ່ນດໍານໍ້າ ໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ. ພັນໂທ ດ່າວວັນຖັ໊ງ ໃຫ້ຮູ້ວ່າ: “ໂດຍກໍານົດວ່າ ກໍາປັ່ນ ແລະກົມກອງແມ່ນຄອບຄົວ, ສະນັ້ນ, ພະນັກງານ, ນັກຮົບ ແຕ່ລະຄົນໃນກອງພົນນ້ອຍ ລ້ວນແຕ່ພະຍາຍາມສັບຊ້ອນວຽກບ້ານການເຮືອນຢ່າງເໝາະສົມ. ມາຮອດປັດຈຸບັນ, ມີນາຍທະຫານ, ພົນທະຫານ ກວ່າ 80% ຂອງກອງພົນນ້ອຍ ໄດ້ສ້າງຄອບຄົວຢູ່ສະຖານທີ່ ເຊິ່ງກົມກອງຕັ້ງທັບ. ນັ້ນແມ່ນພື້ນຖານ ເພື່ອໃຫ້ທະຫານກໍາປັ່ນດໍານໍ້າ ຍິ່ງມີຄວາມອຸ່ນອ່ຽນໃຈ ເພື່ອປະຕິບັດທຸກໜ້າທີ່ທີ່ໄດ້ມອບໝາຍໃຫ້ດີ, ກຽມພ້ອມສູ້ຮົບ ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະທີ່ສັກກາລະບູຊາຂອງປະເທດຊາດ ໃນທຸກສະຖານະການ”.

ໂດຍ: ທູຈາງ