ພົນເອກ ເລືອງເກື່ອງ ຢ້ຽມຢາມ, ອວຍພອນບຸນເຕັດຢູ່ທະຫານເຂດ 9
ກປ.ອອນໄລ - ໂດຍປະຕິບັດລາຍການປະຕິບັດງານຂອງກົມການເມືອງ, ວັນທີ 10 ມັງກອນ, ທ່ານພົນເອກ ເລືອງ ເກື່ອງ ກໍາມະການກົມການເມືອງ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ກວດກາວຽກງານກຽມພ້ອມສູ້ຮົບ, ອວຍພອນບຸນປີໃໝ່ປະຈໍາຊາດ ປີເຖາະ 2023 ຢູ່ທະຫານເຂດ 9.
ພາຍຫຼັງຮັບຟັງການນໍາທະຫານເຂດ 9 ລາຍງານຜົນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດຂອງກໍາລັງປະກອບອາວຸດທະຫານເຂດ ໃນປີ 2022 ແລະວຽກງານກະກຽມຕ້ອນຮັບບຸນເຕັດ, ຕາງໜ້າການນຳພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ເລືອງເກື່ອງ ຮັບຮູ້, ຕີລາຄາສູງບັນດາຜົນງານ ເຊິ່ງກໍາລັງປະກອບອາວຸດທະຫານເຂດ 9 ທີ່ບັນລຸໄດ້ໃນຊຸມປີຜ່ານມາ.
    |
 |
ທ່ານພົນເອກ ເລືອງເກື່ອງ ມອບຂອງຂວັນຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໃຫ້ກໍາລັງປະກອບອາວຸດທະຫານເຂດ 9. ພາບ: ກວາງດຶກ |
ທ່ານພົນເອກ ເລືອງເກື່ອງ ຮຽກຮ້ອງໃຫ້ຄະນະພັກ, ກອງບັນຊາການທະຫານເຂດ 9 ສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບອົງຄະນະພັກ, ອໍານາດການປົກຄອງບັນດາແຂວງ, ນະຄອນໃນບໍລິເວນນໍາພາ, ຊີ້ນໍາການປະຕິບັດຄວາມຮຽກຮ້ອງຕ້ອງການ, ໜ້າທີ່ການທະຫານ, ການປ້ອງກັນຊາດ, ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ ຕິດກັບການກໍ່ສ້າງພື້ນຖານປ້ອງກັນຄວາມສະຫງົບປະຊາຊົນ, ທ່າຮົບທົ່ວປວງຊົນປ້ອງກັນຊາດ ໃຫ້ໝັ້ນຄົງເຂັ້ມແຂງ. ຈັດຕັ້ງການຊາບຊຶມ, ປະຕິບັດບັນດາຄໍາສັ່ງ, ຂໍ້ແນະນໍາຂອງບັນດາອົງການທີ່ກ່ຽວຂ້ອງກ່ຽວກັບການຈັດຕັ້ງບຸນເຕັດຢ່າງເຂັ້ມງວດ; ປະຕິບັດພາລະບົດບາດກອງທະຫານປະຕິບັດງານ, ເບິ່ງແຍງດູແລບັນດາເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຜູ້ທຸກຍາກ; ເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ ແລະສຸຂະອະນາໄມ, ຄວາມປອດໄພດ້ານສະບຽງອາຫານໃຫ້ຖືກຕາມຂໍ້ກໍານົດ; ຮັບປະກັນແຫຼ່ງສະບຽງອາຫານ, ທັນຍາຫານໃຫ້ທະຫານກ່ອນ, ໃນ ແລະຫຼັງບຸນເຕັດ.
ໂດຍ: ຈາງຫງວຽນ