ໃນເວລາດຳເນີນກອງປະຊຸມ, ຄະນະປະຈໍາຄະນະພັກການທະຫານສູນກາງ ໄດ້ສຸມໃສ່ພິຈາລະນາ, ປະກອບຄໍາເຫັນໃສ່ 6 ເນື້ອໃນສໍາຄັນເພື່ອແນໃສ່ຕີລາຄາ, ສະຫຼຸບໜ້າທີ່ການທະຫານ, ການປ້ອງກັນຊາດປີ 2022 ແລະກະກຽມຈັດຕັ້ງກອງປະຊຸມການທະຫານການເມືອງທົ່ວກອງທັບປີ 2022.

ບັນດາຄໍາຄິດເຫັນທີ່ກອງປະຊຸມໄດ້ເຫັນດີເປັນເອກະພາບຕີລາຄາວ່າ, ໃນປີ 2022, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໄດ້ຊີ້ນໍາ, ນໍາພາທົ່ວກອງທັບສາມັກຄີ, ເອກະພາບ, ມານະພະຍາຍາມສູ້ຊົນ, ປະຕິບັດສໍາເລັດບັນດາໜ້າທີ່ຢ່າງຮອບດ້ານ, ບັນລຸໝາກຜົນສູງກວ່າປີ 2021, ບາງໜ້າທີ່ປະຕິບັດສໍາເລັດຢ່າງດີເລີດ,... ພ້ອມກັນນັ້ນ, ບັນດາອົງການ, ກົມກອງ ສຸມໃສ່ປະຕິບັດວຽກງານກໍ່ສ້າງພັກ ແລະສ້າງກອງທັບກ່ຽວກັບການເມືອງໃຫ້ເປັນຢ່າງດີ; ມີຫຼາຍຄວາມກ້າວໜ້າໃໝ່ໃນການປະຕິບັດວຽກງານພະລາທິການ, ເຕັກນິກ, ອຸດສາຫະກໍາປ້ອງກັນຊາດ ແລະຄົ້ນຄວ້າວິທະຍາສາດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ກໍານົດປີ 2023 ແມ່ນປີບານພັບປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI, ຄະນະປະຈໍາຄະນະພັກການທະຫານສູນກາງ ໄດ້ປຶກສາຫາລື, ເຫັນດີເປັນເອກະພາບຕໍ່ບາງໜ້າທີ່ຈຸດສຸມ; ວາງອອກບັນດາເປົ້າໝາຍສໍາຄັນເພື່ອໃຫ້ທົ່ວກອງທັບມານະພະຍາຍາມ, ສາມັກຄີປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດບັນລຸໝາກຜົນສູງກວ່າປີ 2022...; ເປັນເສນາທິການຜັນຂະຫຍາຍບົດສະຫຼຸບ 10 ປີແຫ່ງການປະຕິບັດມະຕິສູນກາງ 8, ສະໄໝທີ XI ກ່ຽວກັບຍຸດທະສາດປົກປັກຮັກສາປະເທດໃນສະພາບການໃໝ່; ສືບຕໍ່ກໍ່ສ້າງ, ປັບປຸງພື້ນຖານທົ່ວປວງຊົນປ້ອງກັນຊາດໃຫ້ໝັ້ນຄົງເຂັ້ມແຂງ, ປ້ອງກັນທະຫານເຂດ, ເຂດປ້ອງກັນທຸກຂັ້ນໃຫ້ໝັ້ນຄົງ; ສຸມໃສ່ຍົກສູງຄຸນນະພາບສັງລວມ, ກໍາລັງແຮງສູ້ຮົບຂອງກອງທັບ.

ທ່ານລັດຖະມົນຕີ ຟານວັນຢາງ ຖືວ່າ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ເສີມຂະຫຍາຍຈິດໃຈຮັບຜິດຊອບ, ປະກອບຄໍາເຫັນຢ່າງເລິກເຊິ່ງເພື່ອຕີລາຄາໝາກຜົນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດປີ 2022 ຢ່າງຮອບດ້ານ, ແທດຈິງ; ຜັນຂະຫຍາຍວຽກງານແຂ່ງຂັນຢ່າງມີປະສິດທິຜົນ, ຍ້ອງຍໍໃຫ້ຖືກຕ້ອງຕາມການກໍານົດ ແລະເປັນເຈົ້າການໃນການເປັນເສນາທິການ, ຄົ້ນຄວ້າ, ຄາດຄະເນ, ສະເໜີບັນດາແຜນນະໂຍບາຍ, ມາດຕະການຈຸດສຸມ, ບຸກທະລຸເພື່ອປະຕິບັດໜ້າທີ່ຂອງກອງທັບໃນປີ 2023 ຢ່າງມີປະສິດທິຜົນ, ມີໄຊກວ່າອີກ. ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ບັນດາອົງການຮັບເອົາຄຳເຫັນປະກອບໃຫ້ຫຼາຍທີ່ສຸດ; ສືບຕໍ່ເພີ່ມເຕີມ, ປະຕິບັດສໍາເລັດບັນດາຮ່າງບົດລາຍງານສະຫຼຸບໜ້າທີ່ການທະຫານ, ການປ້ອງກັນຊາດ; ຕ້ອງເຮັດຈະແຈ້ງບົດບາດ, ຄວາມຮັບຜິດຊອບ, ຄວາມມານະພະຍາຍາມ ແລະບັນດາຜົນງານໃໝ່, ພົ້ນເດັ່ນຂອງພະນັກງານ, ນັກຮົບໃນທົ່ວກອງທັບ.

ໂດຍ: ເກື່ອງດັ້ງ