ດ້ວຍການເຂົ້າຮ່ວມຂອງບັນດາສະຫາຍກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ: ພົນໂທ ຫວໍມິງເລືອງ, ກຳມະການຄະນະພັກການທະຫານສູນກາງ; ພົນໂທ ຮວ່າງຊວນຈ໊ຽນ; ພົນໂທ ເລຮຸຍວິ້ງ. ເຂົ້າຮ່ວມກອງປະຊຸມຍັງມີພົນຕີ ຈິ້ງວັນກວຽດ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. ພົນຈັດຕະວາ ຟ້າມເຈື່ອງເຊີນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ; ການນຳ, ຜູ້ບັນຊາການບາງອົງການ, ກົມກອງຂຶ້ນກັບກະຊວງປ້ອງກັນປະເທດ.

ພາຍຫຼັງຮັບຟັງການລາຍງານໝາກຜົນການປະຕິບັດໜ້າທີ່ເດືອນພະຈິກ, ທິດທາງ, ໜ້າທີ່ເດືອນທັນວາ ແລະບັນດາຄຳເຫັນປະກອບ, ສະຫາຍພົນເອກ ຟານວັນຢາງ ຍ້ອງຍໍຊົມເຊີຍຈິດໃຈຮັບຜິດຊອບ, ຄວາມຕັດສິນໃຈສູງຂອງການນຳ, ຜູ້ບັນຊາການທຸກຂັ້ນ ແລະພະນັກງານ, ນັກຮົບທົ່ວກອງທັບໄດ້ຜັນຂະຫຍາຍສຳເລັດໜ້າທີ່ເດືອນພະຈິກ 2022 ເປັນຢ່າງດີ.

leftcenterrightdel
ສະຫາຍພົນເອກ ຟານວັນຢາງ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມແລກປ່ຽນວຽກງານກະຊວງປ້ອງກັນປະເທດເດືອນພະຈິກ 2022. ພາບ: ຝູ໊ເຊີນ.

ໄຈ້ແຍກສະພາບການ, ໜ້າທີ່ໃນເດືອນທັນວາ, ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ຮຽກຮ້ອງໃຫ້ການນຳ, ຜູ້ບັນຊາການທຸກຂັ້ນຕ້ອງໃກ້ຊິດຕິດແທດກັບໜ້າທ່ີ, ຜັນຂະຫຍາຍຢ່າງຄົບຊຸດ, ເປັນເຈົ້າການ, ມີໄຫວພິບເພື່ອປະຕິບັດສຳເລັດເປົ້າໝາຍ, ແຜນການທີ່ວາງອອກ. ໃນນ້ັນ, ທົ່ວກອງທັບສືບຕໍ່ຮັກສາລະບອບກຽມພ້ອມສູ້ຮົບ, ກຳແໜ້ນສະພາບການ, ຄາດຄະເນຖືກສະພາບການ, ເປັນເສນາທິການຢ່າງທັນການ ແລະແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢ່າງມີປະສິດທິຜົນ; ປົກປັກຮັກສາອະທິປະໄຕ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ບໍລິເວນທົ່ວປະເທດ. ເພີ່ມທະວີການລາດຕະເວນ, ຄວບຄຸມ, ສະກັດກັ້ນການເຂົ້າອອກເມືອງຂ້າມຊາຍແດນ, ທະເລ, ໝູ່ເກາະຜິດກົດໝາຍ. ທຸກຂັ້ນຕ້ອງເປັນເຈົ້າການກວດກາຄືນ, ເພີ່ມທະວີການຝຶກແອບວິທີການກຽມພ້ອມສູ້ຮົບ ແລະປ້ອງກັນ, ຕ້ານໄພທຳມະຊາດ, ໂລກລະບາດ, ກູ້ຊີບກູ້ໄພ...

ເມື່ອເນັ້ນໜັກເຖິງບົດບາດຂອງວຽກງານສຶກສາການເມືອງ, ສະຫາຍພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ການນຳ, ຜູ້ບັນຊາການທຸກຂັ້ນກຳແໜ້ນສະພາບການຂອງກົມກອງ; ເປັນເຈົ້າການສື່ສານ, ໂຄສະນາ, ກຳນົດທິດແນວຄິດໃຫ້ພະນັກງານ, ນັກຮົບ ແລະປະຊາຊົນ; ຕັ້ງໜ້າຕໍ່ສູ້ກັບທັດສະນະຜິດພາດ, ປໍລະປັກ, ປົກປ້ອງພື້ນຖານແນວຄິດຂອງພັກ.

ສະຫາຍພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ການນຳ, ຜູ້ບັນຊາການທຸກຂັ້ນໃນທົ່ວກອງທັບ ເສີມຂະຫຍາຍຈິດໃຈຮັບຜິດຊອບ, ເລິກເຊິ່ງ, ລະອຽດ, ຈັດຕັ້ງຢ່າງຂ້ຽວຂາດ, ເຖິງຖອງ, ປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບການມອບໝາຍ, ປະກອບສ່ວນປະຕິບັດເປົ້າໝາຍ, ໜ້າທ່ີປີ 2022 ດ້ວຍໝາກຜົນສູງກວ່າປີ 2021.

ໂດຍ: ແສງເດືອນ