ຊົມເຊີຍທ່ານນາງ Oh Young Ju ໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດຍິງຜູ້ທໍາອິດ ຂອງ ສ. ເກົາຫຼີ ປະຈຳ ຫວຽດນາມ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ການພົວພັນ ຫວຽດນາມ - ສ.ເກົາຫຼີ ຍາມໃດກໍ່ໄດ້ຮັບການຮັກສາທ່າພັດທະນາເປັນປົກກະຕິ ແລະຮອບດ້ານ; ສອງປະເທດໄດ້ກາຍເປັນຄູ່ຮ່ວມມືແຖວໜ້າ ແລະສຳຄັນຂອງກັນ, ໂດຍສະເພາະແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລກປ່ຽນກັບທ່ານນາງເອກອັກຄະລັດຖະທູດ Oh Young Ju. ພາບ: ແອັງຫວູ.

ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຈາກສອງຝ່າຍ, ແລະບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ຕົ້ນເດືອນກັນຍາ 2022, ການເຈລະຈານະໂຍບາຍປ້ອງກັນຊາດປະຈຳປີຂັ້ນຮອງລັດຖະມົນຕີ ຄັ້ງທີ 10 ໄດ້ຈັດຕັ້ງ ຢູ່ ສ.ເກົາຫຼີ ປະສົບຜົນສຳເລັດຢ່າງຈົບງາມ ແລະເຫັນດີເປັນເອກະພາບຫຼາຍເນື້ອໃນຮ່ວມມື ເພື່ອແນໃສ່ນຳການພົວພັນດ້ານປ້ອງກັນຊາດສອງຝ່າຍເຂົ້າສູ່ລວງເລິກ, ແທດຈິງ, ປະກອບສ່ວນເຂົ້າໃນການພົວພັນ ຫວຽດນາມ-ສ.ເກົາຫຼີ.

ທ່ານພົນເອກ ຟານວັນຢາງ ປາດຖະໜາວ່າ ໃນອາຍຸການປະຕິບັດງານຢູ່ຫວຽດນາມ, ທ່ານນາງເອກອັກຄະລັດຖະທູດ Oh Young Ju ຈະເອົາໃຈໃສ່, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະໃນຂົງເຂດຮ່ວມມືດ້ານປ້ອງກັນຊາດເວົ້າສະເພາະໃຫ້ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ; ພ້ອມທັງຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ທ່ານນາງເອກອັກຄະລັດຖະທູດ ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານນາງເອກອັກຄະລັດຖະທູດ Oh Young Ju. ພາບ: ແອັງຫວູ.

ທ່ານນາງເອກອັກຄະລັດຖະທູດ Oh Young Ju ສະແດງຄວາມຂອບອົກຂອບໃຈຕໍ່ທ່ານພົນເອກ ຟານວັນຢາງ ທີ່ໄດ້ສະຫຼະເວລາຕ້ອນຮັບ; ຕີລາຄາສູງຜົນການພົບປະເຈລະຈາລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະສ. ເກົາຫຼີ ຢູ່ນອກກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ທີ່ຫາກໍ່ດໍາເນີນຢູ່ກໍາປູເຈຍ. ທ່ານນາງເອກອັກຄະລັດຖະທູດ ຢືນຢັນວ່າ ໃນຖານະຕໍາແໜ່ງ, ພາລະໜ້າທ່ີຂອງຕົນ ຈະມານະພະຍາຍາມຈົນສຸດຄວາມສາມາດ ເພື່ອແນໃສ່ປະກອບສ່ວນຢ່າງຕ້ັງໜ້າເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ສ.ເກົາຫຼີ ເວົ້າລວມ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ເວົ້າສະເພາະ.

ໂດຍ: ແສງເດືອນ