leftcenterrightdel
ບັນຍາກາດທີ່ກອງປະຊຸມພົບປະ. ພາບ: qdnd.vn

ໃນໄລຍະຜ່ານມາ, ສອງຝ່າຍ ຍາມໃດກໍຮັກສາ ແລະປະຕິບັດສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກ ຫວຽດນາມ-ລາວ ຢ່າງເຂັ້ມງວດ, ສົມທົບກັນຢ່າງແໜ້ນແຟ້ນໃນການຊີ້ນຳບັນດາຫົວໜ່ວຍປະຕິບັດວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນ ແລະພາຫະນະຂ້າມຊາຍແດນໄປຢາມພີ່ນ້ອງ ແລະແລກປ່ຽນສິນຄ້າ. ສອງຝ່າຍຍັງໄດ້ຈັດຕັ້ງການລາດຕະເວນຮ່ວມ, ລາດຕະເວນສອງຝ່າຍປະຈຳໄລຍະ ເພື່ອປົກປັກຮັກສາຄວາມປອດໄພ ແລະຮັກສາເສັ້ນຊາຍແດນ, ລະບົບຫຼັກໝາຍຊາຍແດນແຫ່ງຊາດ, ຄວບຄຸມ ແລະສະກັດກັ້ນການເຄື່ອນໄຫວເຂົ້າ-ອອກເມືອງຢ່າງຜິດກົດໝາຍ ຢູ່ເຂດຊາຍແດນທັງສອງຝ່າຍ.

leftcenterrightdel
ສອງຝ່າຍ ລົງນາມໃນບົດບັນທຶກຊ່ວຍຈໍາ. ພາບ: qdnd.vn

ນອກຈາກ ນັ້ນ, ສອງຝ່າຍຍັງໄດ້ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນການ ຕ້ານອາດຊະຍາກຳປະເພດຕ່າງໆ, ໂດຍສະເພາະແມ່ນການຄ້າຂາຍຢາ ເສບຕິດຂ້າມແດນ, ການຄ້າມະນຸດ ແລະການເຂົ້າ-ອອກເມືອງຢ່າງຜິດກົດໝາຍ; ບັນດາກົນອຸບາຍ, ເລ່ລ່ຽມຂອງອິດທິກໍາລັງທີ່ເປັນປໍລະປັກ, ພວກປະຕິການພັດຖີ່ນ; ສະກັດກັ້ນການເຜີຍແຜ່ສາສະໜາຢ່າງຜິດກົດໝາຍ...  

ທີ່ກອງປະຊຸມ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳເພື່ອສືບຕໍ່ສົມທົບກັນໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ຮັກສາສະຖຽນລະພາບຄວາມສະຫງົບປອດໄພ ແລະຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນ.

ໂດຍ: ໄຊຊະນະ