ສະຫາຍ ພົນຈັດຕະວາ ເຢືອງວັນຖັງ, ຮອງປະທານສານປະຊາຊົນສູງສຸດ, ປະທານສານທະຫານສູນກາງ ຕີລາຄາວ່າ ໃນໄລຍະໜຶ່ງເດືອນ, ບັນດານັກສໍາມະນາກອນທີ່ມາຈາກສານທະຫານຂັ້ນສູງ, ສານທະຫານພາກເໜືອ, ພາກກາງ ແລະພາກໃຕ້ແຫ່ງ ສປປ ລາວ ໄດ້ເສີມຂະຫຍາຍຈິດໃຈຮັບຜິດຊອບ, ຮໍ່າຮຽນຢ່າງເຂັ້ມງວດ, ຕັ້ງໜ້າຄົ້ນຄວ້າບັນດາຫົວເລື່ອງກ່ຽວກັບກົດໝາຍອາຍາ, ກົດໝາຍວ່າດ້ວຍການຮ້ອງຟ້ອງທາງອາຍາຫວຽດນາມ. ວຽກງານຄັດເລືອກ, ບໍາລຸງ, ກໍ່ສ້າງພະນັກງານສານທະຫານ; ວຽກງານກໍ່ສ້າງຂະແໜງການ ແລະຄວາມຮູ້, ທັກສະກໍ່ຄືບົດຮຽນແທດຈິງກ່ຽວກັບວິຊາສະເພາະວຽກງານສານທະຫານ; ພ້ອມທັງມີການໄປແລກປ່ຽນຕົວຈິງ, ຄົ້ນຄວ້າ, ປຽບທຽບລະຫວ່າງທິດສະດີ ແລະພຶດຕິກໍາຕົວຈິງຢູ່ສານທະຫານສູນກາງ, ສານທະຫານນະຄອນຫຼວງຮ່າໂນ້ຍ.

leftcenterrightdel
ສະຫາຍ ພົນຈັດຕະວາ ເຢືອງວັນຖັງ ມອບໃບຢັ້ງຢືນສໍາເລັດຊຸດຝຶກອົບຮົມໃຫ້ພະນັກງານສານທະຫານລາວ. ພາບ: ຮວ່າງຫວູ.

ສະຫາຍ ພົນຈັດຕະວາ ເຢືອງວັນຖັງ ສະແດງຄວາມຫວັງວ່າ ບົນພື້ນຖານບັນດາຄວາມຮູ້ທີ່ໄດ້ຮຽນມາໃນວິວັດການຝຶກອົບຮົມ, ພະນັກງານສານທະຫານແຫ່ງ ສປປ ລາວ ເມື່ອກັບຄືນປະເທດຈະສືບຕໍ່ຮ່ຳຮຽນ, ຄົ້ນຄວ້ານໍາໃຊ້ໃຫ້ສອດຄ່ອງກັບຮູບແບບ, ການຈັດຕັ້ງຂອງອົງການ, ກົມກອງຕົນ, ນໍາເອົາຄວາມຮູ້ທີ່ໄດ້ຮຽນມານັ້ນນຳໃຊ້ເຂົ້າໃນພຶດຕິກໍາຕົວຈິງຂອງວຽກງານ, ປະຕິບັດສໍາເລັດໜ້າທີ່, ພາລະບົດບາດທີ່ໄດ້ຮັບມອບໝາຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າກິດຈະການກໍ່ສ້າງຂະແໜງສານທະຫານ ແລະພື້ນຖານຍຸຕິທຳລາວ ໃຫ້ນັບມື້ນັບພັດທະນາຢ່າງແຮງ.

ໂດຍ: ໄຊນີດາ