ເຂົ້າຮ່ວມກອງປະຊຸມມີລັດຖະມົນຕີປ້ອງກັນປະເທດ, ການນໍາກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ແລະລັດຖະມົນຕີປ້ອງກັນປະເທດ, ຜູ້ຕາງໜ້າລັດຖະມົນຕີປ້ອງກັນປະເທດບັນດາປະເທດຄູ່ຮ່ວມມື ລວມມີ: ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສ ເກົາຫຼີ, ນິວຊີແລນ, ສະຫະພັນລັດເຊຍ ແລະສະຫະລັດອາເມລິກາ. ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ນໍາໂດຍທ່ານ ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມກອງປະຊຸມ.

ທີ່ກອງປະຊຸມ ADMM+ ຄັ້ງທີ 9, ໃນບົດກ່າວຄໍາເຫັນຂອງຕົນ, ທ່ານນາຍົກລັດຖະມົນຕີກໍາປູເຈຍ Hun Sen ເນັ້ນໜັກວ່າ ໃນສະພາບແວດລ້ອມເສດຖະກິດ ແລະຄວາມໝັ້ນຄົງໃນທົ່ວໂລກນັບມື້ນັບບໍ່ສະຫງົບ, ຜັນແປ, ກອງປະຊຸມ ADMM+ ສວມບົດບາດສໍາຄັນໃນການຊຸກຍູ້ຄວາມເຂົ້າໃຈເຊິ່ງກັນແລະກັນຜ່ານການແລກປ່ຽນບົນພື້ນຖານເຄົາລົບ, ຮ່ວມມືໃນສະພາບຕົວຈິງ ແລະຍົກສູງກຳລັງຄວາມສາມາດ.

ພາຍຫຼັງບົດກ່າວຄໍາເຫັນຂອງທ່ານ Hun Sen, ກອງປະຊຸມ ADMM+ ຄັ້ງທີ 9 ໄດ້ໄຂຂຶ້ນດ້ວຍການກ່າວຄໍາເຫັນຂອງທ່ານ ພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ, ປະທານ ADMM+. ຕາມລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍແລ້ວ, ກອງປະຊຸມ ADMM+ ແມ່ນເຫດການສໍາຄັນທີ່ລັດຖະມົນຕີປ້ອງກັນປະເທດອາຊຽນ ແລະບັນດາປະເທດຄູ່ຮ່ວມມືໄດ້ພົບປະໂດຍກົງ ຄັ້ງທໍາອິດ ພາຍຫຼັງ 2 ປີນັບແຕ່ເກີດພະຍາດໂຄວິດ-19. ນີ້ແມ່ນກາລະໂອກາດເພື່ອແລກປ່ຽນບັນດາບັນຫາສໍາຄັນທີ່ກ່ຽວຂ້ອງເຖິງຄວາມສາມາດຮ່ວມມືຟື້ນຟູພາຍຫຼັງພະຍາດ ກໍ່ຄືບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບໃນພາກພື້ນ ແລະສາກົນ.

leftcenterrightdel
ທ່ານ ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ທີ່ກອງປະຊຸມ. ພາບ: qdnd.vn

ພາຍຫຼັງຮັບຮອງເອົາໂຄງການດຳເນີນງານ, ກອງປະຊຸມໄດ້ຮັບຟັງທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນ ແຈ້ງອັບເດດກ່ຽວກັບການພັດທະນາຂອງອາຊຽນ ໃນມໍ່ໆມານີ້ ກໍ່ຄືລາຍງານກ່ຽວກັບໝາກຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານປ້ອງກັນຊາດອາຊຽນເປີດກວ້າງ (ADSOM+).

ທີ່ກອງປະຊຸມ, ບັນດາຫົວໜ້າຄະນະໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການປ້ອງກັນຄວາມໝັ້ນຄົງໃນໂລກ ແລະພາກພື້ນ. ບັນດາຫົວໜ້າຄະນະໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງ ADMM+ ດ້ວຍບົດບາດແມ່ນໜຶ່ງປັດໄຈຕົ້ນຕໍໃນການປັບປຸງການປ້ອງກັນຄວາມໝັ້ນຄົງໃນພາກພື້ນຢ່າງເຂັ້ມແຂງ, ມີປະສິດທິຜົນ ແລະເປີດອົກເປີດໃຈ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈ. ADMM+ ກໍ່ແມ່ນໜຶ່ງກົນໄກຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງແທດຈິງລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະບັນດາປະເທດຄູ່ຮ່ວມມືເພື່ອຮັບມືກັບບັນດາໄພອັນຕະລາຍຄວາມໝັ້ນຄົງລວມໃນພາກພື້ນໃນຂະນະທີ່ຍັງຮັບປະກັນບົດບາດໃຈກາງ ແລະສາມັກຄີຂອງອາຊຽນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ພົນເອກ ຟານວັນຢາງ ຕີລາຄາການເພີ່ມທະວີຮ່ວມມືດ້ານປ້ອງກັນຊາດເພື່ອພື້ນຖານຄວາມໝັ້ນຄົງທີ່ກົມກຽວຄືຫົວຂໍ້ຂອງປະເທດເຈົ້າພາບກໍາປູເຈຍ ຍົກອອກທີ່ກອງປະຊຸມ ADMM+ ຄັ້ງທີ 9 ໄດ້ສ່ອງແສງໃຫ້ເຫັນຄວາມປາດຖະໜາລວມກ່ຽວກັບການສ້າງຕັ້ງ, ຮັກສາພື້ນຖານສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບໃນພາກພື້ນ ແລະໃນໂລກ. ນີ້ແມ່ນປະຖົມປັດໄຈສໍາຄັນເພື່ອໃຫ້ບັນດາປະເທດສຸມໃສ່ຟື້ນຟູເສດຖະກິດ, ສັງຄົມ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍາດໂຄວິດ-19.

ກອງປະຊຸມ ADMM+ ຄັ້ງທີ 9 ໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບ “ການຮ່ວມມືດ້ານປ້ອງກັນຊາດເພື່ອແນໃສ່ເພີ່ມທະວີຄວາມສາມັກຄີເພື່ອພື້ນຖານຄວາມໝັ້ນຄົງທີ່ກົມກຽວ”. ຖະແຫຼງການຮ່ວມໄດ້ເນັ້ນໜັກເຖິງການຮັກສາບົດບາດສໍາຄັນຂອງການນໍາໃຊ້ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈທີ່ແທດຈິງ ແລະຍົກສູງຈິດໃຈສາມັກຄີ ແລະການຮ່ວມມືໃນອາຊຽນ ແລະກັບບັນດາປະເທດຄູ່ຮ່ວມມືເພື່ອຫັນພື້ນຖານຄວາມໝັ້ນຄົງທີ່ກົມກຽວໃຫ້ປະກົດຜົນເປັນຈິງເພື່ອແນໃສ່ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງຕໍ່ບັນດາສິ່ງທ້າທາຍຄວາມໝັ້ນຄົງທີ່ພວມເກີດຂຶ້ນໃນພາກພື້ນ.

ຕອນທ່ຽງວັນທີ 23 ພະຈິກ, ພິທີມອບ-ຮັບຕໍາແໜ່ງປະທານ ADMM ແລະ ADMM+ ໄດ້ຈັດຕັ້ງຢູ່ Siem Reap, ກໍາປູເຈຍ ຢ່າງສົມກຽດ. ລັດຖະມົນຕີປ້ອງກັນປະເທດອິນໂດເນເຊຍ ເປັນປະທານ ADMM ແລະ ADMM+ ໃນປີ 2023 ຢ່າງເປັນທາງການ.

ໂດຍ: ຈາງຫງວຽນ