leftcenterrightdel
ລາຍການສະແດງສິລະປະຂອງບັນດານັກສໍາມະນາກອນລາວ ທີ່ພິທີປິດຊຸດຝຶກອົບຮົມ. ພາບ: ເວືອງຮ່າ

ໃນລາຍການບໍາລຸງສ້າງ, ຝຶກອົບຮົມວິຊາສະເພາະ ແລະຈັດສົ່ງນັກຊ່ຽວຊານໄປຊ່ວຍກອງທັບປະຊາຊົນລາວ ໃນສົກປິີ 2022-2023, ມະຫາວິທະຍາໄລສິລະປະວັດທະນະທໍາກອງທັບ ໄດ້ຜັນຂະຫຍາຍການຝຶກອົບຮົມວິຊາສະເພາະໃຫ້ແກ່ນັກສໍາມະນາກອນຈໍານວນ 22 ຄົນ ຂອງກອງສິລະປະກອນ ກອງທັບປະຊາຊົນລາວ. ບັນດານັກສໍາມະນາກອນ ໄດ້ຮັບການຝຶກອົບຮົມວິຊາສະເພາະລົງເລິກຂະແໜງ ຄື: ນັກສະແດງຮ້ອງເພງ, ຝຶກແອບຟ້ອນ, ອອບແບບເວທີສະແດງ, ປະດິດຟ້ອນ, ຜູ້ກໍາກັບການສະແດງເວທີ, ເຕັກນິກແສງ-ສຽງ-ສີ... ຈາກນັກຊ່ຽວຊານ, ນັກສິລະປິນ, ຄູອາຈານ ຂອງມະຫາວິທະຍາໄລສິລະປະວັດທະນະທໍາກອງທັບ. ຜ່ານການຝຶກອົບຮົມເປັນເວລາ 3 ເດືອນ, ບັນດານັກສໍາມະນາກອນ ບັນລຸໄດ້ໝາກຜົນດີ.

ໂດຍ: ທູຈາງ