ພາຍຫຼັງການກວດກາ, ກໍາແໜ້ນສະພາບການ, ທ່ານພົນເອກ ຟານວັນຢາງ ຊົມເຊີຍບັນດາອົງການ, ກົມກອງໃນທົ່ວກອງທັບເວົ້າລວມ, ທະຫານເຂດ 5 ເວົ້າສະເພາະ, ນັບແຕ່ຕົ້ນປີມາຮອດປະຈຸບັນໄດ້ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດສໍາເລັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ ແລະດີເລີດ. ຄະນະພັກ, ກອງບັນຊາການທະຫານເຂດ 5 ໄດ້ເປັນເຈົ້າການກໍາແໜ້ນສະພາບການ, ສົມທົບຢ່າງແໜ້ນແຟ້ນກັບບັນດາກໍາລັງ, ພ້ອມກັບຄະນະພັກ, ອໍານາດການປົກຄອງບັນດາທ້ອງຖິ່ນສຸມໃສ່ຊີ້ນໍາ, ນໍາພາກໍ່ສ້າງພື້ນຖານທ່ົວປວງຊົນປ້ອງກັນຊາດ, ທ່າຮົບທົ່ວປວງຊົນປ້ອງກັນຊາດຕິດພັນກັບທ່າຮົບປະຊາຊົນປ້ອງກັນຄວາມສະຫງົບໃຫ້ໝັ້ນຄົງເຂັ້ມແຂງ, ກໍ່ສ້າງເຂດປ້ອງກັນທີ່ເຂັ້ມແຂງ; ໃນນັ້ນ, ຖືເອົາການກໍ່ສ້າງການເມືອງເປັນພື້ນຖານເພື່ອຍົກສູງຄຸນນະພາບສັງລວມ ແລະກໍາລັງແຮງຕໍ່ສູ້.

ຄະນະພັກ, ອົງການການທະຫານທຸກຂັ້ນ ແລະບັນດາກົມກອງໃນທົ່ວທະຫານເຂດ ໄດ້ຮັບການປັບປຸງ, ຍົກສູງຄວາມສາມາດໃນການຊີ້ນໍາ, ກໍາລັງແຮງສູ້ຮົບ, ກໍ່ສ້າງອົງການຈັດຕັ້ງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງດີເດັ່ນຕິດພັນກັບການກໍ່ສ້າງອົງການ, ກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ, ເປັນ “ແບບຢ່າງ, ພົ້ນເດັ່ນ” ຢ່າງບໍ່ຢຸດຢັ້ງ. ບັນດາອົງການ, ກົມກອງຕິດພັນກັບທິດນໍາການຝຶກແອບ “ພື້ນຖານ, ແທດຈິງ, ໝັ້ນຄົງເຂັ້ມແຂງ”, ຖືເປັນສໍາຄັນການຝຶກແອບຢ່າງຄົບຊຸດ, ລົງເລິກ, ຝຶກແອບທັກສະ, ຍຸດທະວິທີທີ່ຕິດແທດກັບພຶດຕິກໍາຕົວຈິງຂອງໜ້າທີ່; ສົມທົບຢ່າງແໜ້ນແຟ້ນລະຫວ່າງການຝຶກແອບການທະຫານ, ຝຶກແອບທະຫານ ກັບການສຶກສາດ້ານການເມືອງ, ກໍານົດແນວຄວາມຄິດ, ຝຶກແອບວິຊາສະເພາະເຫຼົ່າຮົບ, ພາລະທິການ, ເຕັກນິກ, ໝູນໃຊ້ວິທະຍາສາດ-ເຕັກໂນໂລຢີ...

leftcenterrightdel
ທະຫານເຂດ 5 ກວດກາວຽກງານກຽມພ້ອມສູ້ຮົບຢູ່ບັນດາກົມກອງ. ພາບ: ວັນໄມ

ທ່ານລັດຖະມົນຕີ ຟານວັນຢາງ ຮຽກຮ້ອງວ່າ, ໃນໄລຍະຈະມາເຖິງ, ຄະນະພັກ, ກອງບັນຊາການທະຫານເຂດ 5 ແລະບັນດາກົມກອງຢູ່ບໍລິເວນຕ້ອງສຸມໃສ່ຊີ້ນໍາ, ນໍາພາກໍາແໜ້ນສະພາບການທຸກດ້ານ, ເພີ່ມທະວີຄວາມສາມາດປ້ອງກັນ, ກຽມພ້ອມສູ້ຮົບ; ເປັນເຈົ້າການສົມທົບກັບກໍາລັງແກ້ໄຂບັນດາກໍລະນີໃຫ້ທັນການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ, ບໍ່ໃຫ້ເກີດ “ຈຸດຮ້ອນ”; ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ທະເລ, ໝູ່ເກາະຂອງປະເທດ ແລະຄວາມໝັ້ນຄົງດ້ານການເມືອງຢູ່ບໍລິເວນ, ສ້າງເງື່ອນໄຂເພື່ອໃຫ້ບັນດາທ້ອງຖິ່ນພັດທະນາເສດຖະກິດ-ສັງຄົມ...

ໂດຍ: ດັ້ງເກື່ອງ