ທີ່ການເຮັດວຽກ, ທ່ານພັນເອກພິເສດ ຟ້າມຕ໊ຽນເກື່ອງ, ຜູ້ອຳນວຍການຮູບເງົາກອງທັບປະຊາຊົນ ສະແດງຄວາມເປັນກຽດ ແລະປິຕິຊົມຊື່ນທີ່ໄດ້ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມາຢ້ຽມຢາມ ແລະເຮັດວຽກກັບກົມກອງ. ໂດຍຕາງໜ້າຄະນະພັກ, ຄະນະຜູ້ອຳນວຍການຮູບເງົາກອງທັບປະຊາຊົນ, ທ່ານພັນເອກພິເສດ ຟ້າມຕ໊ຽນເກື່ອງ ລາຍງານກັບສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາຜົນງານພົ້ນເດັ່ນຂອງກົມກອງຜ່ານໄລຍະ 62 ປີແຫ່ງການສ້າງຕັ້ງ, ສູ້ຮົບ, ເຕີບໃຫຍ່ຂະຫຍາຍຕົວ. ຜ່ານບັນດາໄລຍະພັດທະນາ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ການເສຍສະຫຼະຫຼາຍຢ່າງ, ດ້ວຍຄວາມມານະພະຍາຍາມ, ການອອກແຮງງານທີ່ມີຫົວຄິດປະດິດສ້າງຢ່າງບໍ່ຢຸດຢັ້ງ, ຮູບເງົາກອງທັບປະຊາຊົນ ຍາມໃດກໍ່ຮັບ ແລະປະຕິບັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີໄຊ.

leftcenterrightdel
ຖັນແຖວພະນັກງານຫຼັກແຫຼ່ງຂອງຮູບເງົາກອງທັບປະຊາຊົນ ຕ້ອນຮັບທ່ານພົນເອກ ຟານວັນຢາງ ລົງຢ້ຽມຢາມ ແລະເຮັດວຽກ. ພາບ: ຕ໊ວນຮຸຍ.

ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານພົນເອກ ຟານວັນຢາງ ຮັບຮູ້, ຊົມເຊີຍບັນດາຜົນງານພົ້ນເດັ່ນ ເຊິ່ງຮູບເງົາກອງທັບປະຊາຊົນບັນລຸໄດ້ ແລະຮຽກຮ້ອງບັນດາຜູ້ທີ່ເຮັດວຽກໃນຂະແໜງຮູບເງົາກອງທັບປະຊາຊົນ ຮຸ່ນປະຈຸບັນຕ້ອງປະຕິບັດຕາມແບບຢ່າງຂອງລຸ້ນພໍ່ລຸ້ນອ້າຍ, ເຫັນແຈ້ງຄວາມຮັບຜິດຊອບຂອງຕົນສືບຕໍ່ບັນທຶກປະຫວັດສາດ, ຕັກເຕືອນໃຫ້ຄົນຮຸ່ນຫຼັງເຂົ້າໃຈກ່ຽວກັບຄວາມເປັນກຽດ, ຄວາມເອກອ້າງທະນົງໃຈເມື່ອໄດ້ດຳລົງຊີວິດໃນສັນຕິພາບ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: ຕ໊ວນຮຸຍ.
leftcenterrightdel
ທ່ານພົນເອກ ຟານວັນຢາງ ຢ້ຽມຢາມຫ້ອງມູນເຊື້ອຂອງຮູບເງົາກອງທັບປະຊາຊົນ. ພາບ: ຕ໊ວນຮຸຍ.

ເພື່ອປະຕິບັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ທ່ານພົນເອກ ຟານວັນຢາງ ປາດຖະໜາວ່າ ຄະນະພັກ, ຜູ້ບັນຊາການ ແລະຖັນແຖວພະນັກງານ, ພາລະກອນ, ນັບຮົບທົ່ວກົມກອງຕ້ອງເຊື່ອມຊຶມ, ປະຕິບັດຕາມບັນດາມະຕິ, ຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ສຸມໃສ່ກໍ່ສ້າງຄະນະພັກ, ອົງການຈັດຕັ້ງພັກ ໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ຮູບເງົາກອງທັບປະຊາຊົນຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ, ທັນສະໄໝ, ຖັນແຖວພະນັກງານ, ພາລະກອນມີຄວາມຮູ້, ຄວາມສາມາດ, ສຸດຈິດສຸດໃຈ, ມີລະດັບວິຊາການ, ຮັບ ແລະປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ. ພິເສດ, ທ່ານພົນເອກ ຟານວັນຢາງ ສະແດງຄວາມປາດຖະໜາວ່າ ຮູບພາບທະຫານລຸງໂຮ່ ແລະ “ແນວຮົບຈິດໃຈປະຊາຊົນ” ຈະນັບມື້ນັບແຜ່ຂະຫຍາຍຢ່າງກວ້າງຂວາງຜ່ານຮູບເງົາແຕ່ລະຕອນ ຂອງຮູບເງົາກອງທັບປະຊາຊົນ.

ໂດຍ: ສົມເພັດ