ພົນເອກ ຟານວັນຢາງ ຖະຫວາຍທູບທຽນ, ດອກໄມ້ທີ່ອະນຸສາວະລີສໍາພັນສູ້ຮົບລາວ-ຫວຽດນາມ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 16 ກັນຍາ, ສະຫາຍ ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມກັບຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໄດ້ມາຖະຫວາຍທູບທຽນ, ດອກໄມ້ທີ່ອະນຸສາວະລີສໍາພັນສູ້ຮົບລາວ-ຫວຽດນາມ ຢູ່ແຂວງຊຽງຂວາງ.