leftcenterrightdel
ຜູ້ແທນເຂົ້າຮ່ວມພິທີ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີ,  ສະຫາຍພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ກອງທັບ ແລະປະຊາຊົນລາວອ້າຍນ້ອງ ຈະສືບຕໍ່ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສ້າງສາ ແລະປົກປັກຮັກສາສັນຕິພາບ, ເອກະລາດຂອງຊາດ ແລະກິດຈະການປ່ຽນແປງໃໝ່ຮອບດ້ານ; ຢັ້ງຢືນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບກະຊວງປ້ອງກັນປະເທດລາວ ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ ຢູ່ແຕ່ລະປະເທດ.

leftcenterrightdel
ລາຍການສະແດງສິລະປະທີ່ພິທີ. ພາບ: qdnd.vn

ໃນໂອກາດນີ້, ສະຫາຍພົນເອກ ຟານວັນຢາງ ກໍ່ສະແດງຄວາມຂອບອົກຂອບໃຈຕໍ່ພັກ, ປະຊາຊົນ ແລະກອງທັບລາວ ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ວຽກງານຊອກຄົ້ນ,  ທ້ອນໄຮມ ແລະສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນປະເທດ, ຕອບສະໜອງຄວາມຄອງຄອຍຂອງບ້ານເກີດເມືອງນອນ, ຄອບຄົວ ແລະຍາດຕິພີ່ນ້ອງບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.

*ໃນວັນດຽວກັນ, ສະຫາຍພົນເອກ ຟານວັນຢາງ ພ້ອມດ້ວຍຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໄດ້ລົງຢ້ຽມຢາມກອງພົນທະຫານຮາບ ທີ 1, ກອງທັບປະຊາຊົນລາວ. ກອງພົນທະຫານຮາບ ທີ 1 ແມ່ນກອງພົນເປັນແຫຼ່ງກໍາລັງຫຼວງຂອງກອງທັບປະຊາຊົນລາວ, ມີໜ້າທີ່ເຄື່ອນທີ່ປົກປັກ ຮັກສານະຄອນຫຼວງວຽງຈັນ, ປົກປັກຮັກສາອົງການຫຼັກແຫຼ່ງຂອງພັກ, ລັດລາວ, ແມ່ນສະຖານທີ່ບໍາລຸງສ້າງການນໍາ, ພະນັກງານ, ຜູ້ບັນຊາການດີເດັ່ນຂອງກອງທັບປະຊາຊົນລາວ.

leftcenterrightdel
ສະຫາຍພົນເອກ ຟານວັນຢາງ ກວດແຖວກຽດຕິຍົດກອງພົນທະຫານຮາບ ທີ 1, ກອງທັບປະຊາຊົນລາວ. ພາບ: qdnd.vn
leftcenterrightdel
ສະຫາຍພົນເອກ ຟານວັນຢາງ ຢ້ຽມຢາມກິດກະການກໍ່ສ້າງສໍານັກບັນຊາ ກອງພົນທະຫານຮາບ ທີ 1 ໂດຍກະຊວງປ້ອງກັນປະເທດຫວຽດນາມ ໜູນຊ່ວຍເງິນກໍ່ສ້າງ. ພາບ: qdnd.vn

ສະຫາຍພົນເອກ ຟານວັນຢາງ ສະແດງຄວາມປະທັບໃຈຕໍ່ມູນເຊື້ອ, ການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງກອງພົນ ທັງດ້ານການຈັດຕັ້ງ, ກໍາລັງ ໃນໄລຍະທາງ 37 ປີແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວ.

ໂດຍ: ທູຈາງ