ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈຽນ ເນັ້ນໜັກວ່າ ປີ 2022 ມີຄວາມໝາຍສໍາຄັນ, ແມ່ນປີສະເຫຼີມສະຫຼອງ 45 ປີແຫ່ງວັນຫວຽດນາມ ເຂົ້າຮ່ວມ ສປຊ. ໃນຕະຫຼອດເວລາຜ່ານມາ, ຫວຽດນາມ ໄດ້ສົມທົບກັບບັນດາອົງການສາກົນຢ່າງແໜ້ນແຟ້ນ, ພິເສດແມ່ນ ສປຊ, ເພື່ອຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ທ່ານພົນໂທ ຮວ່າງຊວນຈຽນ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ແຜນນະໂຍບາຍຂອງຫວຽດນາມ ແມ່ນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢ່າງເລິກເຊິ່ງກວ້າງຂວາງກວ່າອີກ, ລວມມີຂະຫຍາຍຈໍານວນຄະນະປະຕິບັດງານທີ່ມີກໍາລັງຮັກສາສັນຕິພາບຫວຽດນາມ ກໍ່ຄື ຮູບການຜັນຂະຫຍາຍ; ສະເໜີໃຫ້ ສປຊ ສືບຕໍ່ສະໜັບສະໜູນບັນດາຄໍາໝັ້ນສັນຍາ ແລະຄວາມຕັດສິນໃຈດ້ານການເມືອງຂອງຫວຽດນາມ ໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ສ້າງເງື່ອນໄຂທີ່ສະດວກເພື່ອສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືໃນຂົງເຂດນີ້.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈຽນ ຕ້ອນຮັບທ່ານນາງ Pauline Tamesis. ພາບ: ວັນຫຽວ.

ສ່ວນທ່ານນາງ Pauline Tamesis ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງຫວຽດນາມ, ພິເສດແມ່ນບົດບາດຂອງກຳລັງກອງທັບ ແລະຕໍາຫຼວດໃນການໜູນຊ່ວຍ, ຄວບຄຸມພະຍາດໂຄວິດ-19; ທ່ານນາງເນັ້ນໜັກວ່າ ສປຊ ຈະຮ່ວມເດີນທາງ, ໜູນຊ່ວຍລັດຖະບານ ແລະປະຊາຊົນຫວຽດນາມ ຟື້ນຟູເສດຖະກິດ-ສັງຄົມພາຍຫຼັງພະຍາດໃຫ້ເປັນຢ່າງດີທີ່ສຸດ, ກໍ່ຄືໜູນຊ່ວຍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ກ່ຽວຂ້ອງເຖິງສາທາລະນະສຸກ, ສຸຂະພາບຂອງປະຊາຊົນ. ທ່ານນາງ Pauline Tamesis ກໍ່ຕີລາຄາສູງຕໍ່ຜົນງານທີ່ບັນລຸໄດ້ຂອງຫວຽດນາມ ໃນການເຂົ້າຮ່ວມການຮັກສາສັນຕິພາບ ສປຊ ແລະຢັ້ງຢືນວ່າ ສປຊ ໃຫ້ຄໍາໝັ້ນສັນຍາສືບຕໍ່ໜູນຊ່ວຍຫວຽດນາມ ໃນການເຄື່ອນໄຫວນີ້.

ໂດຍ: ຈາງຫງວຽນ