ພັນເອກພິເສດ ຫງວຽນດິ່ງຮືງ ຫົວໜ້າຫ້ອງການກູ້ໄພ-ກູ້ຊີບ, ກົມເສນາທິການ, ກອງບັນຊາການທະຫານຊາຍແດນ ໃຫ້ຮູ້ວ່າ: ບັນດາເຮືອ, ກໍາປ່ັນຈາກ ກວາງນີງ ຮອດນາມດິ້ງ ໄດ້ເຂົ້າຝັ່ງຢ່າງປອດໄພ. ທະຫານຊາຍແດນແຂວງກວາງນີງ ສົມທົບກັບຫ້ອງການຄຸຸ້ມຄອງການເດີນທະເລແຂວງກວາງນີງ ໄດ້ເປັນເສນາທິການໃຫ້ຄະນະກໍາມະການປະຊາຊົນແຂວງກວາງນີງ ຢຸດຕິການອອກໃບອະຍຸຍາດໃຫ້ອາໄສຊົ່ວຄາວຢູ່ບັນດາເກາະໃນອ່າວຮະລອງ. ປະຈຸບັນ, ຍັງບໍ່ທັນມີການຮັບຮູ້ຄວາມເສຍຫາຍກ່ຽວກັບກໍາປັ່ນ, ເຮືອຢູ່ທະເລຍ້ອນພາຍຸລູກທີ 2 ເທື່ອ. ກໍາລັງທະຫານຊາຍແດນ ຈະສືບຕໍ່ເວນຍາມເພື່ອຮັບມືກັບຝົນຕົກນ້ໍາແກ່ງພາຍຫຼັງພາຍຸຢ່າງທັນການ.

leftcenterrightdel
ທະຫານຊ່ວຍປະຊາຊົນຍາມຝົນຕົກນ້ຳແກ່ງ. ພາບ: Qdnd.vn

ທີ່ກອງປະຊຸມ, ພັນເອກພິເສດ ເຈິ່ນດິ່ງເສົ໊າ ຫ້ອງການຄະນະກໍາມະການແຫ່ງຊາດຮັບມືກັບອຸບັດຕິເຫດ, ໄພທໍາມະຊາດ ແລະຊອກຫາກູ້ໄພກູ້ຊີບ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດ ໄດ້ຊີ້ນໍາທະຫານເຂດ 1, 2, 3, 4 ສົມທົບກັບອໍານາດການປົກຄອງບັນດາທ້ອງຖິ່ນຕິດຕາມການຜັນແປຂອງພາຍຸລູກທີ 2, ພ້ອມທັງກຽມພ້ອມກໍາລັງ, ພາຫະນະເຂົ້າຮ່ວມວຽກງານຊ່ວຍເຫຼືອປະຊາຊົນ. ໃນຊຸມວັນຕໍ່ໄປ, ກໍາລັງກອງທັບຈະສືບຕໍ່ຮັກສາກໍາລັງ, ພາຫະນະເວນຍາມປ້ອງກັນ, ຮັບມືກັບຝົນຕົກນໍ້າແກ່ງພາຍຫຼັງພາຍຸ.

ໂດຍ: ໄຊນີດາ