ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າ ແລະຂະຫຍັນຂັນເຄື່ອນຂອງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ, ໃນນັ້ນການພົວພັນຮ່ວມມືດ້ານປ້ອງກັນຊາດໄດ້ຮັບການຮັກສາຢ່າງມີປະສິດທິຜົນ; ປາດຖະໜາຢາກນໍາການພົວພັນຮ່ວມມືດ້ານປ້ອງກັນຊາດ ກາຍເປັນໜຶ່ງໃນບັນດາເສົາຄ້ຳໃນການພົວພັນສອງປະເທດ.

leftcenterrightdel
ຄະນະຜູ້ແທນສອງຝ່າຍທີ່ວາລະປະຊຸມຄັ້ງທີໜຶ່ງ ຂອງການພົບປະເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ອັງກິດ ຄັ້ງທີ 4. ພາບ: qdnd.vn

ກ່ຽວກັບການພົວພັນຮ່ວມມືດ້ານປ້ອງກັນຊາດ, ສອງຝ່າຍໄດ້ຕີລາຄາໝາກຜົນແຫ່ງການພົວພັນຮ່ວມມືທີ່ໄດ້ຜັນຂະຫຍາຍບົນພື້ນຖານບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ທີ່ໄດ້ລົງນາມໃນປີ 2017. ໃນໄລຍະຈະມາເຖິງ, ສອງຝ່າຍປາດຖະໜາຢາກສືບຕໍ່ຊຸກຍູ້ບັນດາເນື້ອໃນຮ່ວມມືທີ່ມີຢູ່ແລ້ວ, ໃນນັ້ນມີບັນດາເນື້ອໃນ, ຄື: ການພົບປະແລກປ່ຽນຄະນະຜູ້ແທນ, ກໍ່ສ້າງ, ຮັກສາສັນຕິພາບຂອງສະຫະປະຊາຊາດ. ພ້ອມກັນນັ້ນ, ສອງຝ່າຍຢືນຢັນວ່າ ການພົບປະເຈລະຈານະໂຍບາຍປ້ອງກັນຊາດ ແມ່ນກົນໄກຮ່ວມມືສຳຄັນ ເພື່ອໃຫ້ສອງກະຊວງປ້ອງກັນປະເທດຕີລາຄາບັນດາໝາກຜົນການຮ່ວມມືທີ່ບັນລຸໄດ້ ແລະກໍານົດທິດທາງພົວພັນຮ່ວມມືໃນໄລຍະຈະມາເຖິງ.

ໃນຂອບເຂດການເຈລະຈາ, ສອງຝ່າຍໄດ້ແລກປ່ຽນຫຼາຍເນື້ອໃນກ່ຽວກັບສະພາບການໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍເຫັນດີເປັນເອກະພາບສົມທົບກັນກໍ່ສ້າງ ແລະຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຢ່າງແທດຈິງໃນປີ 2023 ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ; ພ້ອມກັນນັ້ນ, ໄດ້ເຫັນດີຈັດຕັ້ງວາລະປະຊຸມຄັ້ງທີ 2 ຂອງການພົບປະເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ອັງກິດ ຄັ້ງທີ 4 ຢູ່ຮ່າໂນ້ຍ ໃນທ້າຍປີ 2022...

ໂດຍ: ທະນາພອນ