ພາຍຫຼັງວັນທີ່ກອງຊ່າງແສງ ເລກ 1 ເຄື່ອນທັບເຖິງຄະນະປະຕິບັດງານ UNISFA ຢ່າງປອດໄພ, ສິນຄ້າທີ່ຂົນສົ່ງທາງທະເລກໍ່ໄດ້ສົ່ງເຖິງ Abyei. ດ້ວຍການເຂົ້າຮ່ວມ, ການສົມທົບກັນຢ່າງແໜ້ນແຟ້ນ, ການຊີ້ນໍາບໍລິຫານຢ່າງເປັນເອກະພາບ ແລະຈິດໃຈຮັບຜິດຊອບສູງຂອງພະນັກງານ, ພາລະກອນທຸກຄົນໃນກອງຊ່າງແສງ ເລກ 1, ກົມກອງໄດ້ກວດກາທັງຈໍານວນ ແລະຄຸນນະພາບຢ່າງລະອຽດລະອໍ, ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງຂອງຄະນະປະຕິບັດງານ ເພື່ອຈົດທະບຽນເຂົ້າລະບົບອຸປະກອນຂອງ ສປຊ.

leftcenterrightdel
ພະນັກງານກອງຊ່າງແສງ ເລກ 1 ຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງຄົມມະນາຄົມໃຫ້ວຽກງານຂົນສົ່ງສິນຄ້າເຖິງຄະນະປະຕິບັດງານ UNISFA. ພາບ: qdnd.vn

ຜ່ານການຮັບເອົາສິນຄ້າ, ກອງຊ່າງແສງ ມີບົດຮຽນຕື່ມອີກໃນການເຂົ້າເຖິງ, ທຳຄວາມລື້ງເຄີຍກັບບັນດາລະບຽບການບໍລິຫານຂອງຄະນະປະຕິບັດງານ; ກໍ່ຄືເພີ່ມທະວີຄວາມເຂົ້າໃຈລະຫວ່າງກົມກອງ ກັບບັນດາອົງການທີ່ກ່ຽວຂ້ອງຂອງຄະນະປະຕິບັດງານ.

leftcenterrightdel
ຊາບຊຶມໜ້າທີ່ກ່ອນທີ່ຮັບສິນຄ້າ. ພາບ: qdnd.vn
leftcenterrightdel
ພະນັກງານກອງຊ່າງແສງ ເລກ 1 ຂົນສົ່ງສິນຄ້າເຖິງບ່ອນເຕົ້າໂຮມ. ພາບ: qdnd.vn

ໂດຍ: ຈາງຫງວຽນ