ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນເຕິນເກືອງ ຢັ້ງຢືນວ່າ ບົນພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກວ້າງຂວາງລະຫວ່າງ ຫວຽດນາມ-ຍີ່ປຸ່ນ ພັດທະນາຢ່າງດີງາມ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ກໍ່ບັນລຸໄດ້ບາດກ້າວພັດທະນາອັນໝັ້ນຄົງ, ສືບຕໍ່ຢັ້ງຢືນວ່າແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນຂອງການພົວພັນສອງປະເທດ. 

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ແລະທ່ານພົນເອກ Izutsu Shunji. ພາບ: ແອັງຫວູ.

ທ່ານພົນໂທ ຫງວຽນເຕິນເກືອງ ໃຫ້ຮູ້ວ່າ ປີ 2018, ກະຊວງປ້ອງກັນປະເທດສອງປະເທດ ໄດ້ເຊັນຖະແຫຼງການວິໄສທັດຮ່ວມວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ກ້າວໄປເຖິງທົດສະວັດຕໍ່ໄປແນໃສ່ກໍານົດທິດທາງ, ຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃຫ້ຂຶ້ນສູ່ລະດັບສູງໃໝ່, ໃນນັ້ນມີການຮ່ວມມືລະຫວ່າງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດຫວຽດນາມ ແລະກໍາລັງປ້ອງກັນອາກາດຍີ່ປຸ່ນ; ພ້ອມທັງເນັ້ນໜັກວ່າ ກະຊວງປ້ອງກັນປະເທດຫວຽດນາມ ຕີລາຄາສູງໂຄງການໜູນຊ່ວຍກໍາລັງຄວາມສາມາດຂອງກະຊວງປ້ອງກັນປະເທດ ຍີ່ປຸ່ນ ທີ່ສະຫງວນໃຫ້ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດຫວຽດນາມ. ຜ່ານການຮ່ວມມືນີ້ປະກອບສ່ວນຍົກສູງລະດັບຄວາມຮູ້ດ້ານວິຊາສະເພາະ, ເຕັກນິກ ແລະເພີ່ມທະວີການພົວພັນມິດຕະພາບ, ການຮຽນຮູ້, ເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງສອງຝ່າຍ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ແອັງຫວູ.

ທ່ານພົນໂທ ຫງວຽນເຕິນເກືອງ ສະເໜີໃຫ້ທ່ານພົນເອກ Shunji ສືບຕໍ່ເອົາໃຈໃສ່, ສະໜັບສະໜູນເພື່ອໃຫ້ການຮ່ວມມືລະຫວ່າງກໍາລັງທະຫານອາກາດສອງປະເທດ ນັບມື້ນັບພັດທະນາ, ມີເນື້ອແທ້ ແລະໝັ້ນຄົງ, ສົມກັບການພົວພັນລະຫວ່າງສອງປະເທດ ແລະສອງກະຊວງປ້ອງກັນປະເທດ; ທ່ານ ຢັ້ງຢືນວ່າ ການນໍາກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ສະໜັບສະໜູນ ແລະພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ສອງຝ່າຍປະຕິບັດບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບໃຫ້ຄົບຖ້ວນ, ມີປະສິດທິຜົນ.

ສ່ວນທ່ານພົນເອກ Shunji ຂອບໃຈຕໍ່ທ່ານພົນໂທ ຫງວຽນເຕິນເກືອງ ທີ່ໄດ້ສະຫຼະເວລາຕ້ອນຮັບ ແລະຂອບໃຈຕໍ່ຄວາມເອົາໃຈໃສ່ຂອງທ່ານຫົວໜ້າກົມໃຫຍ່ເສນາທິການ ຕໍ່ກັບການຮ່ວມມືລະຫວ່າງກໍາລັງທະຫານອາກາດສອງປະເທດ. ທ່ານພົນເອກ Shunji ຢັ້ງຢືນວ່າ ໃນຖານະຕໍາແໜ່ງຂອງຕົນ ທ່ານຈະມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດຫວຽດນາມ ແລະກໍາລັງປ້ອງກັນອາກາດ ຍີ່ປຸ່ນ ໃຫ້ນັບມື້ພັດທະນາ, ບັນລຸປະສິດທິຜົນແທດຈິງກວ່າອີກ.

ໂດຍ: ໄຊຊະນະ