ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທໍາອິດໃນປີ 2022 ຂອງກໍາປັ່ນທະຫານເຮືອອິນເດຍ ແລະກໍ່ແມ່ນຄັ້ງທໍາອິດທີ່ຈັດຕັ້ງບັນດາກິດຈະກໍາພົບປະແລກປ່ຽນໂດຍກົງລະຫວ່າງສອງຝ່າຍພາຍຫຼັງສອງປີຖືກຢຸດຕິຍ້ອນພະຍາດໂຄວິດ-19. ການຢ້ຽມຢາມຄັ້ງນີ້ ເພື່ອແນໃສ່ເຮັດໃຫ້ການພົວພັນມິດຕະພາບ ແລະຮ່ວມມືອັນດີງາມລະຫວ່າງສອງປະເທດເວົ້າລວມ ແລະກອງທັບສອງປະເທດເວົ້າສະເພາະເລິກເຊິ່ງກວ່າອີກ.

leftcenterrightdel
ກໍາປັ່ນ INS Sahyadri ເຂົ້າທຽບທ່າກຳປັ່ນນະຄອນໂຮ່ຈີມິນ. ພາບ: qdnd.vn

ໃນຂອບເຂດການຢ້ຽມຢາມ, ຫົວໜ້າຄະນະ ແລະກຸ່ມນາຍທະຫານບັນຊາກອງເຮືອອິນເດຍໄດ້ວາງພວງມາລາທີ່ອະນຸສາວະລີປະທານໂຮ່ຈີມິນ, ເຂົ້າຢຽມຂໍ່ານັບຜູ້ຕາງໜ້າການນໍາຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ, ກອງບັນຊາການທະຫານເຂດ 7, ກອງບັນຊາການທະຫານເຮືອເຂດ 2... ບັນດານາຍທະຫານ, ລູກເຮືອທະຫານເຮືອອິນເດຍ ຈະແຂ່ງຂັນກິລາມິດຕະພາບກັບພະນັກງານ, ນັກຮົບກອງພົນນ້ອຍ 125, ທະຫານເຮືອເຂດ 2; ຢຽມຢາມທັດສະນິຍະພາບຢູ່ນະຄອນໂຮ່ຈີມິນ. ກໍາປັ່ນທະຫານເຮືອສອງປະເທດກໍ່ຈະດໍາເນີນການຝຶກແອບຮ່ວມການຕິດຕໍ່ສື່ສານ, ເຄື່ອນຍ້າຍຮູບແຖວຢູ່ທະເລ.

ໂດຍ: ໄຊນີດາ