ບັນດາຜູ້ມີສິດເລືອກຕັ້ງທີ່ເຂົ້າຮ່ວມການພົບປະໄດ້ສະແດງຄວາມເຊື່ອໝັ້ນຕໍ່ໝາກຜົນວຽກງານກໍ່ສ້າງ, ປັບປຸງພັກ ແລະການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດຫຍໍ້ທໍ້ທີ່ທຸກຂັ້ນໄດ້ຊີ້ນຳໃນໄລຍະຜ່ານມາ, ພ້ອມທັງສະເໜີແນະບາງບັນຫາທີ່ຕ້ອງໄດ້ຮັບການແກ້ໄຂ, ຄື: ລະບອບການແພດຢູ່ຂັ້ນຮາກຖານຍັງຕໍ່າ; ການເພີ່ມຂຶ້ນຂອງລາຄາແອັດຊັງ, ນໍ້າມັນໄດ້ສົ່ງຜົນສະທ້ອນເຖິງຊີວິດຂອງປະຊາຊົນ…

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ກ່າວຄໍາເຫັນທີ່ພິທີ. ພາບ: ຮຸ່ງຄວາ.

ທ່ານພົນໂທ ຫງວຽນເຕິນເກືອງ ຢັ້ງຢືນວ່າ ຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງກັບອົງການສູນກາງ, ຄະນະສະມາຊິກສະພາແຫ່ງຊາດແຂວງບີ່ງເຢືອງ ຈະຮັບຜິດຊອບສົ່ງໃຫ້ສະພາແຫ່ງຊາດ, ບັນດາອົງການທີ່ມີສິດອຳນາດຂັ້ນສູນກາງ ແລະທ້ອງຖິ່ນພິຈາລະນາ ແລະແກ້ໄຂ. ທ່ານພົນໂທ ຫງວຽນເຕິນເກືອງ ຫວັງວ່າ ບັນດາຜູ້ມີສິດເລືອກຕັ້ງຈະສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນປະຕິວັດ, ພ້ອມກັບອົງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກໍ່ສ້າງບ້ານເກີດເມືອງນອນໃຫ້ຮັ່ງມີເຂັ້ມແຂງ...

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ແລະຜູ້ແທນຖ່າຍຮູບພ້ອມກັບຄອບຄົວທ່ານນາງ ຟານທິລາກ. ພາບ: ຮຸ່ງຄວາ.

ວັນດຽວກັນ, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ເຂົ້າຮ່ວມ ແລະມອບຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການມອບເຮືອນແຫ່ງສາຍຈິດມິດໃຈໃຫ້ຄອບຄົວທ່ານນາງ ຟານທິລາກ ຢູ່ຕາແສງອານດ່ຽນ, ເທດສະບານເບັ໊ນກ໊າດ, ແຂວງບີ່ງເຢືອງ (ທ່ານນາງ ຟານທິລາກ ແມ່ນເມຍຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຫງວຽນວັນງັບ ເຊິ່ງໄດ້ເສຍສະຫຼະຊີວິດໃນສົງຄາມຕ້ານອາເມລິກາ, ກູ້ຊາດ). ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ (27-7-1947 / 27-7-2022), ກະຊວງປ້ອງກັນປະເທດໄດ້ໜູນຊ່ວຍກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 5 ຫຼັງ ໃນບໍລິເວນແຂວງບີ່ງເຢືອງ.

ໂດຍ: ເຈິ່ນຮວ່ຽນ