ທ່ານພົນໂທ ຫວໍມິງເລືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ທ່ານພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ ປະຊາຊົນ ປະຕິວັດ ລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານ ແຫ່ງ ສປປ ລາວ ເປັນປະທານຮ່ວມກອງປະຊຸມ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງທີ 27 ລະຫວ່າງຄະນະປະຕິບັດງານພິເສດລັດຖະບານ ແຫ່ງ ສສ ຫວຽດນາມ ແລະຄະນະປະຕິບັດງານພິເສດລັດຖະບານ ແຫ່ງ ສປປ ລາວ. ພາບ: ມິງເງິນ.

ທີ່ກອງປະຊຸມ, ສອງຝ່າຍຕີລາຄາວ່າ ເຖິງແມ່ນວ່າໃນເງື່ອນໄຂຂາດຂໍ້ມູນທີ່ຊັດເຈນ, ສະພາບພະຍາດໂຄວິດ-19 ຜັນແປຢ່າງສັບສົນ ກໍ່ຕາມ, ແຕ່ໄລຍະລະດູແລ້ງ 2021-2022, ວຽກງານສົມທົບກັນຊອກຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ຄະນະປະຕິບັດງານພິເສດລັດຖະບານ, ອໍານາດການປົກຄອງທຸກຂັ້ນຂອງສອງປະເທດ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ແກ້ໄຂຄວາມຫຍຸ້ງຍາກໃນການຈັດຕັ້ງການຊອກຄົ້ນ, ທ້ອນໂຮມອັດຖິຢ່າງທັນການ.

leftcenterrightdel
 
leftcenterrightdel
ການນໍາຄະນະປະຕິບັດງານພິເສດລັດຖະບານສອງປະເທດ ຫວຽດນາມ - ລາວ ເຊັນບົດບັນທຶກການເຮັດວຽກ. ພາບ: ມິງເງິນ.

ສອງຝ່າຍເຫັນດີຕໍ່ທິດທາງ, ເນື້ອໃນຮ່ວມມືໄລຍະລະດູແລ້ງ 2022-2023; ເນັ້ນໜັກວ່າຈະສືບຕໍ່ສົມທົບກັນ, ຊີ້ນໍາວຽກງານຊອກຄົ້ນ, ທ້ອນໂຮມ, ຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ ຈົນຮອດເວລາບໍ່ໄດ້ຮັບຂໍ້ມູນກ່ຽວກັບບ່ອນຝັງສົບອັດຖິຜູ້ທີ່ເສຍສະຫຼະຊີວິດອີກ. ສອງຝ່າຍເຫັນດີຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນສອງປະເທດ ສະໜອງຂໍ້ມູນກ່ຽວກັບທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ, ບ່ອນຝັງສົບ. ຄະນະປະຕິບັດງານພິເສດ, ກອງບັນຊາການທະຫານຂັ້ນແຂວງຂອງສອງຝ່າຍ ແລກປ່ຽນ, ຖອດຖອນບົດຮຽນເປັນປະຈຳ, ສຸມໃສ່ຊີ້ນໍາຍູ້ແຮງການຊອກຄົ້ນ, ທ້ອນໂຮມອັດຖິໃນບໍລິເວນ...

ການນໍາສອງຝ່າຍ ເຊື່ອໝັ້ນວ່າ ບົນຈິດໃຈສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ຫວຽດນາມ - ລາວ, ໃນໄລຍະຈະມາເຖິງ ຄະນະປະຕິບັດງານພິເສດລັດຖະບານສອງປະເທດ ຈະສົມທົບກັນຊີ້ນໍາ, ຈັດຕັ້ງການປະຕິບັດໜ້າທີ່ຊອກຄົ້ນ, ທ້ອນໂຮມ, ຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ ລາວ ກັບຄືນສູ່ມາຕຸພູມ ໃຫ້ບັນລຸປະສິດທິຜົນສູງສຸດ.

ໂດຍ: ໄຊຊະນະ