ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງສູນກາງພັກ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມ ແລະຊີ້ນໍາກອງປະຊຸມ. ເຂົ້າຮ່ວມກອງປະຊຸມຍັງມີຜູ້ຕາງໜ້າກະຊວງການຕ່າງປະເທດ, ຜູ້ຕາງໜ້າອົງການ, ຄະນະ, ຂະແໜງການ, ກົມກອງສັງກັດກະຊວງປ້ອງກັນປະເທດ, ທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາຢູ່ປະເທດຕ່າງໆ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນຊີ້ນໍາກອງປະຊຸມ. ພາບ: ເຟືອງຖາວ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ຍ້ອງຍໍຊົມເຊີຍ, ຮັບຮູ້ຜົນງານທີ່ພົ້ນເດັ່ນຂອງບັນດາອົງການທີ່ປຶກສາທູດປ້ອງກັນຊາດ ໃນໄລຍະຜ່ານມາ ໄດ້ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ໃກ້ຊິດຕິດແທດກັບສະພາບການ ແລະການຊີ້ນໍາຂອງຄະນະປະຈໍາຄະນະພັກການທະຫານສູນກາງ, ປະຕິບັດໜ້າທີ່ວຽກງານທີ່ປຶກສາທູດປ້ອງກັນຊາດ ຢ່າງດີເດັ່ນ, ປະກອບສ່ວນເປີດກວ້າງການພົວພັນຕ່າງປະເທດ ແລະເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດທັງດ້ານສອງຝ່າຍ ແລະຫຼາຍຝ່າຍ, ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດໃນພາກພື້ນອາຊຽນ ແລະຍົກສູງຖານະບົດບາດຂອງຫວຽດນາມ ບົນເວທີສາກົນດ້ວຍບັນດາຂໍ້ລິເລີ່ມ, ການປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບລວມ. ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ກໍາລັງທີ່ປຶກສາທູດປ້ອງກັນຊາດ ແມ່ນພາກສ່ວນທີ່ສໍາຄັນໃນການປະຕິບັດວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ເພາະສະນັ້ນ ຕ້ອງຊາບຊຶມ ແລະປະຕິບັດໃຫ້ຖືກກັບທັດສະນະ, ແຜນນະໂຍບາຍ, ແນວທາງ, ນະໂຍບາຍການທູດ, ການພົວພັນຕ່າງປະເທດຂອງພັກ, ລັດ; ຢຶດໝັ້ນປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາຢ່າງສະເໝີຕົ້ນສະເໝີປາຍ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ.

leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ເຟືອງຖາວ.

ໄປຄຽງຄູ່ກັນນັ້ນ, ວຽກງານທີ່ປຶກສາທູດປ້ອງກັນຊາດ ຕ້ອງເອົາໃຈໃສ່, ຍົກສູງຄຸນນະພາບຖັນແຖວພະນັກງານທີ່ປຶກສາທູດປ້ອງກັນຊາດ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ມີຈິນຕະນາການຍຸດທະສາດ, ມີວິຊາສະເພາະອັນແຫຼມຄົມ, ຮູ້ພາສາຕ່າງປະເທດ, ກໍາແໜ້ນສະພາບການ; ຍົກສູງຄຸນນະພາບເປັນເສນາທິການໃນທຸກຂົງເຂດ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນໃນທຸກກໍລະນີ; ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ, ນໍາຂົງເຂດຮ່ວມມືທີ່ໄດ້ກໍານົດໃຫ້ນັບມ້ື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ມີເນື້ອແທ້, ໂດຍສະເພາະແມ່ນການຮ່ວມມືດ້ານການທະຫານ, ການປ້ອງກັນຊາດ, ປະກອບສ່ວນກໍ່ສ້າງກອງທັບປະຊາຊົນ ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ.

ໂດຍ: ໄຊຊະນະ