ພົນເອກ ຟານວັນຢາງ ຢ້ຽມຢາມ ແລະອວຍພອນໜັງສືພິມກອງທັບປະຊາຊົນ
ກປ.ອອນໄລ - ຕອນບ່າຍວັນທີ 14 ມິຖຸນາ, ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະປະຕິບັດງານ ໄດ້ມາຢ້ຽມຢຽມ, ອວຍພອນໜັງສືພິມກອງທັບປະຊາຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 97 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21-6-1925 / 21-6-2022).
    |
 |
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຢ້ຽມຊົມເຂດວາງສະແດງຮູບພາບຂອງໜັງສືພິມກອງທັບປະຊາຊົນ. ພາບ: ຈ້ອງຫາຍ |
ຕາງໜ້າຄະນະພັກ, ຄະນະບັນນາທິການໜັງສືພິມກອງທັບປະຊາຊົນ, ທ່ານພົນຈັດຕະວາ ດ່ວານຊວນໂບ້, ຫົວໜ້າບັນນາທິການ ສະແດງຄວາມຂອບອົກຂອບໃຈຕໍ່ອາລົມຈິດ, ຄວາມເອົາໃຈໃສ່ຂອງຫົວໜ້າກະຊວງປ້ອງກັນປະເທດ ທີ່ມີຕໍ່ໜັງສືພິມກອງທັບປະຊາຊົນ; ພ້ອມທັງແຈ້ງໃຫ້ທ່ານລັດຖະມົນຕີ ຮັບຊາບໝາກຜົນທີ່ພົ້ນເດັ່ນຂອງໜັງສືພິມກອງທັບປະຊາຊົນ ໃນໄລຍະຜ່ານມາ.
ທ່ານພົນເອກ ຟານວັນຢາງ ສະແດງຄວາມປິຕິຊົມຊື່ນ ຕໍ່ບັນດາໝາກຜົນທີ່ພົ້ນເດັ່ນຂອງໜັງສືພິມກອງທັບປະຊາຊົນ ໃນລະຍະຜ່ານມາ, ພ້ອມທັງຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ຄວາມຕັດສິນໃຈຂອງຖັນແຖວພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນ ແລະຊົມເຊີຍບັນດານັກຂ່າວ-ນັກຮົບ ເນື່ອງໃນໂອກາດສະເຫຼີມສະຫຼອງ 97 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ.
    |
 |
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ມອບຊໍ່ດອກໄມ້ຊົມເຊີຍໜັງສືພິມກອງທັບປະຊາຊົນ. ພາບ: ຈ້ອງຫາຍ |
ທ່ານລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຮັບຟັງການຕີລາຄາ, ຄໍາຍ້ອງຍໍຊົມເຊີຍໜັງສືພິມກອງທັບປະຊາຊົນ ຈາກການນໍາພັກ, ລັດ, ເພື່ອນຜູ້ອ່ານ ແລະປະຊາຊົນ. ທ່ານລັດຖະມົນຕີ ປາດຖະໜາວ່າ ໜັງສືພິມກອງທັບປະຊາຊົນ ຄວນເປີດກວ້າງຮູບການເຂົ້າເຖິງເພື່ອນຜູ້ອ່ານ, ນັບທັງໃນບັນດາພາຫະນະຄົມມະນາຄົມ; ມີຫຼາຍບົດວິຈານທີ່ເລິກເຊິ່ງຕື່ມອີກ, ມີບັນດາເວັບໄຊສະເພາະ, ຄໍລໍາດ້ວຍຫຼາຍພາສາ ເພື່ອເພີ່ມທະວີໂຄສະນາເຜີຍແຜ່ກ່ຽວກັບການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ກ່ຽວກັບປະເທດຊາດ ແລະກອງທັບປະຊາຊົນຫວຽດນາມ, ປະກອບສ່ວນຢັ້ງຢືນ, ຮັກສາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ເຮັດໃຫ້ຮູບພາບທະຫານລຸງໂຮ່ ແຈ້ງໃສ ແລະສວຍງາມໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ. ນອກຈາກນັ້ນ, ໜັງສືພິມກອງທັບປະຊາຊົນ ຄວນເພີ່ມທະວີການປັບປຸງຖັນແຖວເພື່ອນຮ່ວມງານໃນທ່ົວກອງທັບ, ທົ່ວປະເທດ ເພື່ອຍົກສູງປະສິດທິຜົນໃນການໂຄສະນາ.
ໂດຍ: ທູຈາງ