leftcenterrightdel
ສະຫາຍພົນເອກ ຟານວັນຢາງ ແລະບັນດາຜູ້ແທນເຂົ້າຮ່ວມພິທີມອບ-ຮັບວັດຖຸພັນ. ພາບ: ຕວ໊ນຮຸຍ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 132 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19-5-1890 / 19-5-2022), ສະຫາຍ ຫງວຽນຮວ່າບິ່ງ ປະທານສານປະຊາຊົນສູງສຸດ ຕາງໜ້າຄອບຄົວມອບວັດຖຸທີ່ລະນຶກອັນລ້ຳຄ່ານີ້ພ້ອມກັບບັນດາວັດຖຸພັນ, ເອກະສານທີ່ກ່ຽວຂ້ອງເຖິງນັກຮົບເສຍສະຫຼະຊີວິດເພື່ອຊາດ ຫງວຽນກິມວາງ ໃຫ້ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ເພື່ອເກັບຮັກສາ ແລະວາງສະແດງ.

leftcenterrightdel
ສະຫາຍ ຫງວຽນຮວ່າບິ່ງ ມອບໂຖທອງ, ເຊິ່ງແມ່ນວັດຖຸພັນທີ່ຕິດພັນກັບວິວັດການຕໍ່ສູ້, ເສຍສະຫຼະຊີວິດຂອງສະຫາຍ ຫງວຽນກິມວາງ ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ໃຫ້ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ. ພາບ: ຕວ໊ນຮຸຍ.

ກ່າວຄໍາເຫັນທີ່ພິທີມອບ-ຮັບ, ສະຫາຍພັນເອກ ເລຫວູຮຸຍ ຜູ້ອໍານວຍການຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ຂອບໃຈຄອບຄົວສະຫາຍ ຫງວຽນຮວ່າບິ່ງ ທີ່ໄດ້ມອບວັດຖຸທີ່ລະນຶກອັນລ້ຳຄ່າ; ຢັ້ງຢືນວ່າ ຫໍພິພິທະພັນຈະຄົ້ນຄວ້າ, ເກັບຮັກສາ, ຈັດຕັ້ງວາງສະແດງ, ເສີມຂະຫຍາຍຄຸນຄ່າຂອງວັດຖຸພັນ, ເອກະສານ, ປະກອບສ່ວນໂຄສະນາເຜີຍແຜ່, ສຶກສາປະຫວັດສາດ, ມູນເຊື້ອຂອງຊາດ ແລະການປະຕິວັດໃຫ້ນັກທ່ອງທ່ຽວພາຍໃນປະເທດ ແລະສາກົນ.

leftcenterrightdel
ສະຫາຍພົນເອກ ຟານວັນຢາງ ແລະບັນດາຜູ້ແທນໄດ້ຮັບຟັງການແນະນໍາກ່ຽວກັບປະຫວັດສາດຂອງປືນໃຫຍ່ 155mm ທີ່ວາງສະແດງຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ. ພາບ: ຕວ໊ນຮຸຍ.

ພາຍຫຼັງພິທີ, ສະຫາຍພົນເອກ ຟານວັນຢາງ  ແລະບັນດາຜູ້ແທນໄດ້ໄປຢ້ຽມຊົມປືນໃຫຍ່ 155mm ທີ່ວາງສະແດງຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ. ປືນໃຫຍ່ນີ້ແມ່ນສິນເສິກກ່ອນນີ້ 69 ປີ, ເຊິ່ງແນວໂຮມເຂດປົກຄອງປະສົມ 5 ຍາດມາໄດ້ພາຍຫຼັງການບຸກໂຈມຕີສັດຕູຢູ່ຈຸດທີ່ໝັ້ນເທື້ອງອານ, ປ້ອມໝັ້ນຂອງກອງພັນ 59 ໃນວັນທີ 21 ມັງກອນ 1953 ໂດຍສະຫາຍ ຫງວຽນລື້ວ, ຫົວໜ້າກອງພັນ (ແມ່ນພໍ່ຂອງສະຫາຍ ຫງວຽນຮວ່າບິ່ງ) ເປັນຜູ້ບັນຊາ. ຫຼັງຈາກນັ້ນ, ປືນໃຫຍ່ຖືກວາງສະແດງຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ.

ຕໍ່ຈາກນັ້ນ, ສະຫາຍພົນເອກ ຟານວັນຢາງ  ພ້ອມກັບບັນດາຜູ້ແທນໄດ້ທ່ຽວຊົມເຂດວາງສະແດງວັດຖຸພັນກ່ຽວກັບການບຸກໂຈມຕີຍຸດທະສາດລະດູໜາວ-ລະດູບານໃໝ່ 1953-1954 ຂອງກອງທັບເຮົາໃນສະໄໝຕໍ່ຕ້ານຕ້ານລ່າເມືອງຂຶ້ນຝະລັ່ງ ແລະຂຽນປຶ້ມບັນທຶກຂອງຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ