ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຜູ້ແທນຫວຽດນາມ ແລະທ່ານພົນເອກ Neang Phat ຮອງລັດຖະມົນຕີຜູ້ປະຈໍາການກະຊວງປ້ອງກັນປະເທດກໍາປູເຈຍ, ຫົວໜ້າຄະນະຜູ້ແທນກໍາປູເຈຍ ເປັນປະທານຮ່ວມກອງປະຊຸມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມປຶກສາຫາລືນະໂຍບາຍປ້ອງກັນຊາດ ຫວຽດນາມ-ກໍາປູເຈຍ ຄັ້ງທີ 5. ພາບ: qdnd.vn

ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາສູງຜົນການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະກໍາປູເຈຍ ໃນໄລຍະຜ່ານມາ. ຫົວໜ້າຄະນະຜູ້ແທນສອງປະເທດ ຢັ້ງຢືນວ່າ ພະຍາດໂຄວິດ-19 ແຜ່ລະບາດ ໄດ້ສົ່ງຜົນສະທ້ອນເຖິງທຸກຂົງເຂດ, ແຕ່ການຮ່ວມມືລະຫວ່າງກອງທັບສອງປະເທດ ຍັງບັນລຸໄດ້ບັນດາໝາກຜົນຕັ້ງໜ້າຫຼາຍຢ່າງ. ສອງຝ່າຍສືບຕໍ່ຮັກສາການພົບປະຂັ້ນສູງດ້ວຍບັນດາຮູບການທີ່ມີໄຫວພິບ; ຜັນຂະຫຍາຍບັນດາເນື້ອໃນຮ່ວມມືກ່ຽວກັບວຽກງານໂຄສະນາ, ສຶກສາອົບຮົມກ່ຽວກັບການພົວພັນມິດຕະພາບສອງປະເທດ, ສອງກອງທັບຢ່າງມີປະສິດທິຜົນ; ຊອກຫາ, ທ້ອນໂຮມ ແລະຈັດສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ກໍາປູເຈຍ ກັບຄືນປະເທດ; ຮັກສາການລາດຕະເວນຮ່ວມລະຫວ່າງຕໍາຫຼວດທະເລ, ທະຫານເຮືອສອງປະເທດ; ຊຸກຍູ້ການຮ່ວມມືແພດທະຫານ, ກໍ່ສ້າງ...

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມປຶກສາຫາລືນະໂຍບາຍປ້ອງກັນຊາດ ຫວຽດນາມ-ກໍາປູເຈຍ ຄັ້ງທີ 5. ພາບ: qdnd.vn

ກ່ຽວກັບທິດທາງຮ່ວມມືໃນຕໍ່ໜ້າ, ສອງຝ່າຍເຫັນດີເປັນເອກະພາບ ຊຸກຍູ້ບັນດາເນື້ອໃນຮ່ວມມື ຄື: ສົມທົບກັນຜັນຂະຫຍາຍແຜນການຈັດຕັ້ງບັນດາການເຄື່ອນໄຫວໃນ “ປີມິດຕະພາບຫວຽດນາມ-ກໍາປູເຈຍ, ກໍາປູເຈຍ-ຫວຽດນາມ 2022” ຢ່າງມີປະສິດທິຜົນ; ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນດ້ວຍຮູບການທີ່ເໝາະສົມ, ຮັກສາກົນໄກຮ່ວມມືດ້ານປ້ອງກັນຊາດສອງຝ່າຍຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນກອງປະຊຸມປຶກສາຫາລືນະໂຍບາຍປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ; ສືບຕໍ່ຍູ້ແຮງການຮ່ວມມືລະຫວ່າງບັນດາກໍາລັງຄຸ້ມຄອງຊາຍແດນ ຜ່ານຮູບການຕ່າງໆ ຄື: ພົບປະແລກປ່ຽນ, ແຮກສ່ຽວ, ແບ່ງປັນຂໍ້ມູນຂ່າວສານ, ລາດຕະເວນຮ່ວມ, ສະກັດກັ້ນ, ຕ້ານ ແລະປາບປາມອາດຊະຍາກໍາ, ສະກັດກັ້ນການເຄື່ອນໄຫວເຂົ້າອອກເມືອງຜິດກົດໝາຍ ຢ່າງມີປະສິດທິຜົນ; ສົມທົບກັນສະກັດກັ້ນ, ຕ້ານໂລກລະບາດ; ຍູ້ແຮງການໂຄສະນາ, ສຶກສາອົບຮົມໃຫ້ແກ່ພະນັກງານ, ນັກຮົບ ແລະປະຊາຊົນສອງປະເທດ ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ດີງາມລະຫວ່າງສອງລັດ, ປະຊາຊົນ ແລະກອງທັບສອງປະເທດ ເນື່ອງໃນໂອກາດວັນບຸນ, ເຫດການການເມືອງໃຫຍ່ຂອງສອງປະເທດ ແລະສອງກອງທັບ; ຍົກສູງປະສິດທິຜົນການຮ່ວມມືກໍ່ສ້າງ; ຮ່ວມມືຢ່າງແໜ້ນແຟ້ນໃນບັນດາກົນໄກ, ເວທີຫຼາຍຝ່າຍ...

ໂດຍ: ໄຊຊະນະ