leftcenterrightdel
ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ເຮັດວຽກກັບຄະນະປະຈໍາພັກແຂວງບິ່ງເຟື໊ອກ. ພາບ: qdnd.vn

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພົນເອກ ຟານວັນຢາງ ຊົມເຊີຍອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນ ແລະກໍາລັງປະກອບອາວຸດຂອງແຂວງບິ່ງເຟື໊ອກ ທີ່ຜັນຂະຫຍາຍປະຕິບັດຫຼາຍມາດຕະການຢ່າງຄົບຊຸດ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນຢ່າງສຸດຂີດ, ເບິ່ງແຍງດູແລກໍ່ສ້າງ, ປັບປຸງທ່າຮົບທົ່ວປວງຊົນປ້ອງກັນຊາດຕິດພັນກັບທ່າຮົບປ້ອງກັນຄວາມສະຫງົບປະຊາຊົນຢ່າງເປັນປົກກະຕິ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບກັບການພັດທະນາເສດຖະກິດ; ພ້ອມທັງສະເໜີໃຫ້ອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນ ແລະກໍາລັງປະກອບອາວຸດຂອງແຂວງບິ່ງເຟື໊ອກ ສືບຕໍ່ເອົາໃຈໃສ່ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ ໃຫ້ໜັກແໜ້ນ. ເມື່ອເນັ້ນໜັກເຖິງຄວາມໝາຍຂອງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ກໍາປູເຈຍ ຄັ້ງທີໜຶ່ງ, ທ່ານພົນເອກ ຟານວັນຢາງ ຫວັງວ່າ ການນໍາ, ອໍານາດການປົກຄອງແຂວງບິ່ງເຟື໊ອກ ຈະສົມທົບຢ່າງແໜ້ນແຟ້ນກັບບັນດາກໍາລັງ ເພື່ອສ້າງເງື່ອນໄຂຈັດຕັ້ງເຫດການນີ້ໃຫ້ສໍາເລັດຜົນ.

ຕອນບ່າຍວັນດຽວກັນ, ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ໄດ້ຢ້ຽມຢາມ ແລະເຮັດວຽກ ຢູ່ແມ່ທັບນ້ອຍ 16.

leftcenterrightdel
ທ່ານພົນເອກ ຟານວັນຢາງ ຢ້ຽມຢາມ ແລະເຮັດວຽກຢູ່ແມ່ທັບນ້ອຍ 16. ພາບ: qdnd.vn

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພົນເອກ ຟານວັນຢາງ ຮັບຮູ້ ແລະຍ້ອງຍໍຊົມເຊີຍບັນດາໝາກຜົນ, ຜົນງານ ເຊິ່ງແມ່ທັບນ້ອຍ 16 ບັນລຸໄດ້ໃນໄລຍະຜ່ານມາ. ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ຄະນະພັກ, ກອງບັນຊາການແມ່ທັບນ້ອຍ 16 ກໍາແໜ້ນພາລະບົດບາດ, ໜ້າທີ່ ເພື່ອສຸມໃສ່ນໍາພາ, ຊີ້ນໍາປະຕິບັດໃຫ້ສໍາເລັດໜ້າທີ່; ແມ່ທັບນ້ອຍ 16 ຄວນສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບຄະນະພັກ, ອໍານາດການປົກຄອງທຸກຂັ້ນ, ປະຊາຊົນ ແລະບັນດາກໍາລັງໃນບໍລິເວນ ໃນການປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ ກໍຄືເພີ່ມທະວີການພົວ ພັນມິດຕະພາບກັບກໍາປູເຈຍ.

ໂດຍ: ໄຊຊະນະ