ທີ່ການຕ້ອນຮັບ,  ທ່ານ ຫງວຽນຊວນຟຸກ ໄດ້ຕີລາຄາສູງຕໍ່ຜົນການພົບປະເຈລະຈາລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ; ພ້ອມທັງສະເໜີໃຫ້ສອງກະຊວງປ້ອງກັນປະເທດ ຄວນເພີ່ມທະວີການປຶກສາຫາລື, ສະໜັບສະໜູນເຊິ່ງກັນ ແລະກັນໃນເວທີປາໄສຫຼາຍຝ່າຍ ແລະ ຮັກສາຫຼັກໝັ້ນລວມຂອງອາຊຽນ ໃນບັນຫາພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Prabowo Subianto ລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານປະເທດ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນກັບອິນໂດເນເຊຍ,  ເຊິ່ງແມ່ນຄູ່ຮ່ວມມືຍຸດທະສາດແຖວໜ້າຢູ່ພາກພື້ນ ແລະຍາມໃດກໍ່ຊຸກຍູ້ການພົວພັນກັບອິນໂດເນເຊຍ ໃຫ້ພັດທະນາຢ່າງຈົບງາມປອດໃສ, ມີສະຖຽນລະພາບ, ຍືນຍົງ ແລະຍາວນານ, ຮອບດ້ານໃນທຸກຂົງເຂດ: ເສດຖະກິດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທຳ... ຫວຽດນາມ ຕີລາຄາສູງການປະກອບສ່ວນຂອງອິນໂດເນເຊຍ ໃນການເສີມຂະຫຍາຍບົດບາດເປັນໃຈກາງ ແລະຄວາມສາມັກຄີຂອງອາຊຽນ; ໃຫ້ຄຳໝັ້ນສັນຍາຈະສະໜັບສະໜູນອິນໂດເນເຊຍ ດໍາລົງຕຳແໜ່ງເປັນປະທານອາຊຽນ ໃນປີ 2023 ປະສົບຜົນສໍາເລັດ...

ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີດ້ວຍຄວາມເຫັນດີເຫັນພ້ອມຢ່າງສູງລະຫວ່າງປະທານປະເທດ ແລະປະທານາທິບໍດີອິນໂດເນເຊຍ Joko Widodo, ສອງປະເທດຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກ ເພື່ອແກ້ໄຂບັນດາບັນຫາຢູ່ທະເລ, ພິເສດແມ່ນສ້າງກົນໄກເປັນປະຈຳ ແລະທັນການ ເພື່ອແກ້ໄຂບັນດາບັນຫາເກີດຂຶ້ນ.

ສ່ວນທ່ານລັດຖະມົນຕີ Prabowo Subianto ຢືນຢັນວ່າ ອິນໂດເນເຊຍ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບຫວຽດນາມ. ເຫັນດີກັບຂໍ້ສະເໜີຂອງທ່ານປະທານປະເທດ ຫງວຽນຊວນຟຸກ, ພາຍຫຼັງການຢ້ຽມຢາມຄັ້ງນີ້, ອິນໂດເນເຊຍ ຈະເພີ່ມທະວີການຮ່ວມມືກັບທະຫານເຮືອ ແລະຕໍາຫຼວດທະເລຫວຽດນາມ ເພື່ອຮ່ວມກັນແກ້ໄຂບັນດາບັນຫາຢູ່ທະເລ. ຄຽງຂ້າງນັ້ນ, ອິນໂດເນເຊຍ ກໍ່ປາດຖະໜາຢາກຮ່ຳຮຽນບົດຮຽນຂອງຫວຽດນາມ ໃນຂົງເຂດປ້ອງກັນຊາດ, ພັດທະນາອາຊີບຫາປາ ແລະກະສິກຳ. ກະຊວງປ້ອງກັນປະເທດອິນໂດເນເຊຍ ປາດຖະໜາຢາກຮ່ວມມືກັບກະຊວງປ້ອງກັນປະເທດຫວຽດນາມ ໃນຂົງເຂດບຳລຸງສ້າງເຕັກໂນໂລຢີ ແລະເສນາຮັກ.

ໂດຍ: ທະນາພອນ