leftcenterrightdel
ທ່ານພັນເອກພິເສດ ມາກດຶກຈ້ອງ ແລກປ່ຽນກັບພາລະກອນ ສປຊ ຢູ່ ຄະນະປະຕິບັດງານ Abyei ໃນການສໍາຫຼວດພູມີປະເທດຕົວຈິງ. ພາບ: ຢືດຶກ.

ພາຍຫຼັງການປະຊຸມ, ທ່ານພັນເອກພິເສດ ມາກດຶກຈ້ອງ ໄດ້ນໍາໜ້າໜ່ວຍງານໄປກວດກາເສັ້ນທາງໃນເຂດເໜືອ ແລະຖານທັບ Dokura. ພັນຕີ ຫງວຽນວັນຕູ໊ ຮອງຫົວໜ້າຄະນະ ໄດ້ນໍາໜ້າໜ່ວຍທີ 2 ໄປກວດກາຖານທັບ Todach. ຄາດວ່າ ພາຍຫຼັງຜັນຂະຫຍາຍກອງຊ່າງແສງເລກ 1 ເຖິງບໍລິເວນ ແລະຮັບພາຫະນະອຸປະກອນຢ່າງຄົບຖ້ວນ ແລະຮຽບຮ້ອຍແລ້ວ, ກອງຊ່າງແສງຈະຜັນຂະຫຍາຍການສ້ອມແປງເສັ້ນທາງຢູ່ເຂດເໜືອ ທີ່ຖືກເປ່ເພຢ່າງຮ້າຍແຮງ. ສໍາລັບໜ້າທີ່ກໍ່ສ້າງຄ້າຍທະຫານ, ນອກຈາກການກໍ່ສ້າງຄ້າຍທະຫານຂອງກົມກອງຕົນເອງແລ້ວ, ກອງຊ່າງແສງເລກ 1 ຍັງໄດ້ຮັບໜ້າທີ່ກໍ່ສ້າງຄ້າຍທະຫານ ໃຫ້ແກ່ບັນດາກົມກອງອື່ນ.

leftcenterrightdel
ບັນດາສະມາຊິກໃນຄະນະ ສໍາຫຼວດຄົ້ນຄວ້າແຜນທີ່ບໍລິເວນ ຢູ່ Abyei. ພາບ: ຢືດຶກ.

ກ່ອນໜ້ານັ້ນ, ຄະນະກະກຽມ ໄດ້ດໍາເນີນການສໍາຫຼວດຄ້າຍທະຫານບ່ອນຕັ້ງທັບຄົງທີ່ຂອງກອງຊ່າງແສງເລກ 1 ຢູ່ຄະນະປະຕິບັດງານ UNISFA. ທີ່ການສໍາຫຼວດ, ທ່ານພັນເອກພິເສດ ມາກດຶກ ຈ້ອງ ໄດ້ຂອບໃຈຕໍ່ຄວາມເອົາໃຈໃສ່, ການໜູນຊ່ວຍຂອງບັນດາອົງການທີ່ກ່ຽວຂ້ອງ ຄະນະປະຕິບັດງານ ໃນການໜູນຊ່ວຍກອງຊ່າງແສງເລກ 1 ຫວຽດນາມ ສ້າງແຜນການຕັ້ງທັບ ແລະເຂົ້າມາຄຸ້ມຄອງຄ້າຍທະຫານ ໃນໄລຍະຕົ້ນຂອງການຜັນຂະຫຍາຍ.

leftcenterrightdel
ບັນດາພາລະກອນ ສປຊ ຢູ່ Abyei ຊ່ວຍເຫຼືອຄະນະກະກຽມຫວຽດນາມ ປະຕິບັດໜ້າທີ່ຢູ່ພູມີປະເທດຕົວຈິງ ຢ່າງໝົດຈິດໝົດໃຈ. ພາບ: ຢືດຶກ.

ໂອກາດນີ້, ທ່ານພັນເອກພິເສດ ມາກດຶກຈ້ອງ ໄດ້ສະເໜີບັນດາອົງການກ່ຽວຂ້ອງຂອງຄະນະປະຕິບັດງານ UNISFA ສ້ອງແປງບາງກິດຈະກຳຍ່ອຍ ເຊິ່ງປັດຈຸບັນພວມຊຸດໂຊມ ກ່ອນອື່ນໝົດແມ່ນສຸມໃສ່ການສ້ອມແປງບູລະນະເຂດເຮືອນຢູ່ຂອງພະນັກງານ, ພາລະກອນ ແລະບັນດາເຂດເວນຍາມຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຢູ່ຄ້າຍທະຫານ.

ໂດຍ: ໄຊຊະນະ