leftcenterrightdel
ພົນໂທ ໂດ໋ກັນ ຮອງຫົວໜ້າກົມໃຫຍ່ການເມືອງ ພ້ອມດ້ວຍຄະນະກວດກາຢູ່ກອງບັນຊາການຕໍາຫຼວດທະເລເຂດ 4. ພາບ: ຖຸ໊ຍອານ.

ຜ່ານການຮັບຟັງ ແລະລົງກວດກາຕົວຈິງ, ຄະນະປະຕິບັດງານ ໄດ້ຕີລາຄາສູງຜົນການປະຕິບັດໜ້າທີ່ໃນວຽກງານພັກ, ວຽກງານການເມືອງຂອງສອງກົມກອງ. ນອກຈາກນີ້, ຄະນະປະຕິບັດງານ ກໍຕີລາຄາສູງວຽກງານສົມທົບກັນໂຄສະນາລະຫວ່າງທະຫານເຮືອເຂດ 5 ແລະຕໍາຫຼວດທະເລເຂດ 4 ກັບອົງການສື່ມວນຊົນຂັ້ນສູນກາງ, ທ້ອງຖິ່ນ ແລະຄະນະໂຄສະນາສຶກສາ, ສະຫະພັນແມ່ຍິງບັນດາແຂວງ, ນະຄອນໃນການຈັດຕັ້ງວຽກງານໂຄສະນາກ່ຽວກັບທະເລ, ໝູ່ເກາະເປັນຢ່າງດີ; ປະຕິບັດໜ້າທີ່ສະກັດກັ້ນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ; ຕໍ່ສູ້ສະກັດກັ້ນການເຂົ້າອອກເມືອງທາງທະເລຢ່າງຜິດກົດໝາຍ...

leftcenterrightdel
ພົນໂທ ໂດ໋ກັນ ຮອງຫົວໜ້າກົມໃຫຍ່ການເມືອງ ພ້ອມດ້ວຍຄະນະເຮັດວຽກກັບກອງບັນຊາການທະຫານເຮືອເຂດ 5. ພາບ: ຖຸ໊ຍອານ.

ທ່ານພົນໂທ ໂດ໋ກັນ ໃສ່ໃຈວ່າ ບັນດາກົມກອງຕ້ອງແກ້ໄຂຂໍ້ຄົງຂ້າງໂດຍໄວ, ສືບຕໍ່ຊາບຊຶມ, ຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ, ເອກະສານຂອງຂັ້ນເທິງຢ່າງເຂັ້ມງວດ; ປະຕິບັດວຽກງານຈັດຕັ້ງກໍ່ສ້າງພັກໃຫ້ດີ; ຍົກສູງຈິດໃຈກຽມພ້ອມສູ້ຮົບ; ເອົາໃຈໃສ່ກວ່າອີກເຖິງຊີວິດທາງດ້ານວັດຖຸ ແລະຈິດໃຈຂອງພະນັກງານ, ນັກຮົບ; ວຽກງານສຶກສາອົບຮົບການເມືອງ; ພ້ອມທັງຄຸ້ມຄອງສະພາບການເມືອງພາຍໃນຢ່າງແໜ້ນແຟ້ນ; ກວດກາຄືນ, ກໍາແໜ້ນ, ກວດພົບ, ສະກັດກັ້ນປະກົດການເສື່ອມທາດເສຍຄຸນທາງດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີດໍາລົງຊີວິດຢ່າງທັນການ... ບັນດາກົມກອງຜັນຂະຫຍາຍຫຼາຍມາດຕະການກ່ຽວກັບການກໍ່ສ້າງ, ບໍາລຸງຮັບປະກັນຈໍານວນ, ຄຸນນະພາບພະນັກງານຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່; ພ້ອມທັງປະຕິບັດຂະບວນການຕອບບຸນແທນຄຸນ, ສະໜິດຕິດພັນນໍ້າໃຈສາມັກຄີລະຫວ່າງທະຫານ ແລະປະຊາຊົນຢ່າງມີປະສິດທິຜົນ, ເປັນບ່ອນອີງອັນໝັ້ນແກ່ນເພື່ອໃຫ້ຊາວປະມົງອອກໄປຫາປາຢູ່ໄກຝັ່ງ, ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະອັນສັກກາລະບູຊາຂອງປະເທດຊາດ.

ໂດຍ: ໄຊຊະນະ