ທີ່ການພົບປະສັງສັນ, ບັນດາຜູ້ແທນໄດ້ຮັບຟັງບາງຂໍ້ມູນກ່ຽວກັບສະພາບການໂລກ, ພາກພື້ນ, ສະພາບການພາຍໃນປະເທດ ທີ່ສົ່ງຜົນກະທົບເຖິງໜ້າທີ່ການທະຫານ, ການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ ໃນໄລຍະຜ່ານມາ; ບັນດາຜົນງານພົ້ນເດັ່ນກ່ຽວກັບວຽກງານການທະຫານ, ການປ້ອງກັນຊາດ ນັບແຕ່ຕົ້ນປີມາຮອດປັດຈຸບັນ; ຊາບຊຶມວຽກງານກະກຽມເຂົ້າຮ່ວມກອງປະຊຸມສູນກາງ ຄັ້ງທີ 5, ຊຸດທີ XIII.

leftcenterrightdel
ທ່ານພົນເອກ ຟານວັນຢາງ ເປັນປະທານການພົບປະສັງສັນບັນດາສະຫາຍຄະນະພັກການທະຫານສູນກາງ ແລະຜູ້ແທນກອງທັບ ທີ່ເຂົ້າຮ່ວມກອງປະຊຸມສູນກາງ ຄັ້ງທີ 5, ຊຸດທີ XIII.  ພາບ: ຫວຽດຮ່າ.

ສະຫຼຸບການພົບປະສັງສັນ, ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ບັນດາສະຫາຍຄະນະພັກການທະຫານສູນກາງ ແລະຜູ້ແທນກອງທັບ ທີ່ເຂົ້າຮ່ວມກອງປະຊຸມສູນກາງ ຄັ້ງທີ 5, ຊຸດທີ XIII ຈົ່ງເສີມຂະຫຍາຍບົດບາດ ແລະຄວາມຮັບຜິດຊອບ, ຄຸນນະທາດ, ສະຕິປັນຍາ, ເປັນແບບຢ່າງ, ຕັ້ງໜ້າເຂົ້າຮ່ວມບັນດາບັນຫາສໍາຄັນຍິ່ງ ເຊິ່ງ ສູນກາງ ໄດ້ກໍານົດໃນລາຍການກອງປະຊຸມ. ໃນນັ້ນ, ຕ້ອງສະແດງໃຫ້ເຫັນຈິນຕະນາການຍຸດທະສາດຢ່າງຈະແຈ້ງ, ມີໄຫວພິບ, ປະດິດຄິດສ້າງ, ໃກ້ຊິດຕິດແທດລັກສະນະພິເສດສະເພາະ, ພາລະບົດບາດ, ໜ້າທີ່ຂອງກອງທັບ... ເພື່ອກະກຽມປະກອບຄໍາເຫັນ, ເປັນເສນາທິການ, ສະເໜີໃຫ້ພັກ, ລັດ. ຜ່ານນັ້ນ, ຢັ້ງຢືນຖານະບົດບາດ, ອິດທິພົນຊື່ສຽງຂອງກອງທັບ ແລະປະກອບສ່ວນເຂົ້າໃນຜົນສໍາເລັດຂອງກອງປະຊຸມສູນກາງ ຄັ້ງທີ 5, ຊຸດທີ XIII.

ໂດຍ: ໄຊຊະນະ