ທີ່ການເຮັດວຽກ, ພັນເອກພິເສດ ເລວັນຢ້ຽນ, ຫົວໜ້າກອງບັນຊາການທະຫານແຂວງແທັງຮວ໊າ ໄດ້ລາຍງານໝາກຜົນພົ້ນເດັ່ນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ປັບປຸງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງແຂວງ ແທັງຮວ໊າ ໃນປີ 2021.

ຕາງໜ້າຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ພົນເອກ ຟານວັນຢາງ ໄດ້ຊົມເຊີຍ ແລະຕີລາຄາສູງຄວາມມານະພະຍາຍາມຂອງພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງແທັງຮວ໊າ ໃນການປະຕິບັດໜ້າທີ່ໃນປີ 2021.

leftcenterrightdel
ພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ການນຳ, ຜູ້ບັນຊາການບັນດາອົງການ, ກົມກອງຕ້ອງມີຄວາມລະອຽດ, ໃກ້ຊິດຕິດແທດໃນແຕ່ລະຂົງເຂດວຽກງານ. ພາບ: ແຄ໊ງຈິ່ງ

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ລັດຖະມົນຕີ  ຮຽກຮ້ອງໃຫ້ບັນດາກຳລັງປະກອບອາວຸດແຂວງແທັງຮວ໊າ ສືບຕໍ່ປະຕິບັດວຽກງານກຳແໜ້ນເປັນຢ່າງດີ, ສົມທົບກັນປົກປັກຮັກສາບໍລິເວນ; ການນຳ, ຜູ້ບັນຊາການບັນດາອົງການ, ກົມກອງກຳລັງປະກອບອາວຸດແຂວງແທັງຮວ໊າ ຕ້ອງມີຄວາມລະອຽດ ແລະໃກ້ຊິດຕິດແທດໃນແຕ່ລະຂົງເຂດວຽກງານ; ຮັກສາວຽກງານປະຈໍາການກຽມພ້ອມສູ້ຮົບ ແລະປະຈໍາການບຸນເຕັດຢ່າງເຂັ້ມງວດ; ປະຕິບັດລະບຽບການ ແລະມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ; ສືບຕໍ່ປະຕິບັດວຽກງານກະກຽມ ແລະຈັດຕັ້ງການມອບ-ຮັບທະຫານໃນປີ 2022 ໃຫ້ສຳເລັດຕາມແຜນການ... ບັນດາກົມກອງກະກຽມ ແລະຮັບປະກັນລະບອບ, ມາດຖານ, ຊີວິດທາງດ້ານວັດຖຸ ແລະຈິດໃຈໃຫ້ແກ່ພະນັກງານ, ນັກຮົບໃຫ້ເປັນຢ່າງດີ ເພື່ອຕ້ອນຮັບບຸນປີໃໝ່ປະຈຳຊາດ...

leftcenterrightdel
ພົນເອກ ຟານວັນຢາງ ມອບຂອງຂວັນບຸນເຕັດໃຫ້ບັນດາກໍາລັງປະກອບອາວຸດແຂວງແທັງຮວ໊າ. ພາບ: ແຄ໊ງຈິ່ງ

ເນື່ອງໃນໂອກາດກະກຽມຕ້ອນຮັບປີໃໝ່ປີຂານ 2022, ພົນເອກ ຟານວັນຢາງ ໄດ້ມອບຂອງຂວັນໃຫ້ບັນດາກົມກອງກຳລັງປະກອບອາວຸດແຂວງແທັງຮວ໊າ, ພ້ອມທັງສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງພະນັກງານ, ນັກຮົບ, ບັນດາກົມກອງ ແລະຄອບຄົວ.

ໂດຍ: ທະນາພອນ