leftcenterrightdel
ພົນຕີ ຈີ້ງວັນກວຽດ ຮອງຫົວໜ້າກົມໃຫຍ່ການເມືອງ ກ່າວຄໍາເຫັນທີ່ການພົບປະສັງສັນ. ພາບ: ຮົ່ງຢາງ.

ທີ່ການພົບປະສັງສັນ, ພົນຕີ ຈີ້ງວັນກວຽດ ໄດ້ຍ້ອງຍໍຊົມເຊີຍ, ຕີລາຄາສູງຈິດໃຈສາມັກຄີ, ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກພ້ອມກັບຜົນງານພົ້ນເດັ່ນໃນການປະຕິບັດໜ້າທີ່ຂອງບັນດາອົງການ, ກົມກອງຂຶ້ນກັບກົມໃຫຍ່ການເມືອງຢູ່ພາກໃຕ້, ເປັນຕົ້ນແມ່ນປະຕິບັດສໍາເລັດໜ້າທີ່ທັງປ້ອງກັນ, ຕ້ານພະຍາດໂຄວິດ-19, ທັງຮັບປະກັນບັນດາການເຄື່ອນໄຫວໃຫ້ເປັນຢ່າງດີ. ພົນຕີ ຈີ້ງວັນກວຽດ ຮຽກຮ້ອງວ່າ ໃນໂອກາດບຸນປີໃໝ່ປະຈໍາຊາດ 2022, ບັນດາອົງການ, ກົມກອງ ຄວນເອົາໃຈໃສ່ຈັດຕັ້ງການປະຕິບັດແຜນການປະຈໍາການ, ກຽມພ້ອມສູ້ຮົບ, ຮັກສາລະບຽບວິໄນຢ່າງເຂັ້ມງວດ... ພ້ອມທັງ, ເອົາໃຈໃສ່, ປະຕິບັດວຽກງານນະໂຍບາຍ, ແນວຫຼັງກອງທັບເປັນຢ່າງດີ.

ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ, ພົນຕີ ຈີ້ງວັນກວຽດ ອວຍພອນໃຫ້ພະນັກງານ, ນັກຮົບ, ຜູ້ອອກແຮງງານທີ່ບັນດາອົງການ, ກົມກອງ ມີສຸຂະພາບເຂັ້ມແຂງ, ສາມັກຄີແຂ່ງຂັນ, ປະຕິບັດສໍາເລັດໜ້າທີ່ປີ 2022 ເປັນຢ່າງດີ.

ໂດຍ: ທູຈາງ