leftcenterrightdel
ພົນເອກ ເລືອງເກື່ອງ ກ່າວຄຳເຫັນທີ່ກອງບັນຊາການທະຫານແຂວງຮວ່າບິ່ງ. ພາບ: ຫາຍຟອງ.

ຕາງໜ້າການນຳພັກ, ພົນເອກ ເລືອງເກື່ອງ ຝາກຄຳຢ້ຽມຢາມຖາມຂ່າວ, ອວຍພອນໄຊອັນປະເສີດມາຍັງພະນັກງານ, ນັກຮົບ, ພໍ່ແມ່ປະຊາຊົນບັນດາເຜົ່າຂອງແຂວງຮວ່າບິ່ງ ທຸກຖ້ວນໜ້າ; ສະແດງຄວາມປາດຖະໜາຢາກໃຫ້ອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນ, ກຳລັງປະກອບອາວຸດແຂວງ ສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມ, ຕິດພັນການພັດທະນາເສດຖະກິດກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອະນຸລັກຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອທາງດ້ານວັດທະນະທຳຂອງບັນດາເຜົ່າ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ຢ່າງມີໄຊ.

leftcenterrightdel
ພົນເອກ ເລືອງເກື່ອງ ມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍ, ຄອບຄົວຊົນເຜົ່າສ່ວນໜ້ອຍທີ່ປະສົບຄວາມຫຍຸ້ງຍາກຢູ່ແຂວງຮວ່າບິ່ງ. ພາບ: ຫາຍຟອງ.

ເນື່ອງໃນໂອກາດນີ້, ພົນເອກ ເລືອງເກື່ອງ ໄດ້ມອບຂອງຂວັນໃຫ້ພະນັກງານ, ນັກຮົບກອງບັນຊາການທະຫານແຂວງ, ຕຳຫຼວດແຂວງ; ກຳລັງປ້ອງກັນ, ຕ້ານພະຍາດໂຄວິດ-19; ຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ; ປະຊາຊົນບັນດາເຜົ່າ, ກຳມະກອນ, ຜູ້ອອກແຮງງານປະສົບຄວາມຫຍຸ້ງຍາກຢູ່ໃນບໍລິເວນ ຈຳນວນ 600 ພູດ.

ກໍ່ໃນລາຍການປະຕິບັດງານ, ພົນເອກ ເລືອງເກື່ອງ ໄດ້ກວດກາການກຽມພ້ອມສູ້ຮົບ, ຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນຢູ່ບັນດາກົມກອງ: ກອງພັນໃຫຍ່ 250, ກອງພົນ 361, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ; ກອງພົນນ້ອຍ 139; ເຫຼົ່າຮົບສື່ສານ.

leftcenterrightdel
ພົນເອກ ເລືອງເກື່ອງ ຢູ່ກອງພັນໃຫຍ່ 250, ກອງພົນນ້ອຍ 361, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ. ພາບ: ຫາຍຟອງ.

ຢູ່ບັນດາກົມກອງທີ່ໄປຢ້ຽມຢາມ, ກວດກາ, ພົນເອກ ເລືອງເກື່ອງ ໄດ້ເນັ້ນໜັກເປັນພິເສດວ່າ ຂໍຝາກຄຳຂອບອົກຂອບໃຈຢ່າງເລິກເຊິ່ງມາຍັງຄະນະພັກ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ, ປະຊາຊົນທ້ອງຖິ່ນທີ່ໄດ້ເອົາໃຈໃສ່ຊ່ວຍເຫຼືອ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາກົມກອງກຳລັງປະກອບອາວຸດຕັ້ງທັບໃນບໍລິເວນປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເດັ່ນ. ພົນເອກ ເລືອງເກື່ອງ ຮຽກຮ້ອງໃຫ້ບັນດາກົມກອງຈັດຕັ້ງການເຄື່ອນໄຫວແຂ່ງຂັນອວຍພອນພັກ, ອວຍພອນລະດູບານໃໝ່, ຕອບສະໜອງບຸນເຕັດປູກຕົ້ນໄມ້, ກະກຽມອອກທັບຝຶກແອບປີ 2022; ເປັນເຈົ້າການດຳເນີນມາດຕະການປ້ອງກັນ, ຕ້ານ, ບໍ່ປະໃຫ້ພະຍາດໂຄວິດ-19 ແຜ່ລາມເຂົ້າກົມກອງ, ຮັບປະກັນໃຫ້ທະຫານຕ້ອນຮັບປີໃໝ່ຢ່າງເບີກບານມ່ວນຊື່ນ, ຮັບມືຢ່າງມີໄຫວພິບ, ປອດໄພໃນເງື່ອນໄຂໂລກລະບາດ ແລະການກຽມພ້ອມສູ້ຮົບສູງ.

ໂດຍ: ແສງເດືອນ