ຜ່ານການກວດກາ, ທ່ານພົນໂທ ຫວໍມິງເລືອງ ຕີລາຄາສູງຈິດໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງ, ຄວາມຕັດສິນໃຈແຂ່ງຂັນປະຕິບັດສໍາເລັດໜ້າທີ່ການເມືອງຂອງບັນດາກົມກອງ, ໂດຍສະເພາະແມ່ນຮັບປະກັນຄວາມປອດໄພ ແລະເຂົ້າຮ່ວມວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19...

leftcenterrightdel
ຄະນະປະຕິບັດງານຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ມອບຂອງຂວັນ, ອວຍພອນປີໃໝ່ພະນັກງານ, ນັກຮົບໂຮງຮຽນນາຍທະຫານບົກ ເລກ 2. ພາບ: ຈຸງກຽນ.

ມຸ່ງໄປເຖິງບຸນປີໃໝ່ປະຈໍາຂາດປີຂານ 2022, ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮຽກຮ້ອງການນໍາ,  ຜູ້ບັນຊາການບັນດາກົມກອງ, ໂຮງຮຽນຕ້ອງກໍາແໜ້ນສະພາບການ, ຮັບປະກັນກຽມພ້ອມສູ້ຮົບສູງ, ຮັບຮູ້ຢ່າງຈະແຈ້ງກ່ຽວກັບການປັບຕົວຢ່າງປອດໄພໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ເພື່ອຊັບສ້ອນ, ຈັດລະບອບປະຈໍາການ, ພັກປະຈໍາປີ, ພັກບຸນປີໃໝ່ ໃຫ້ເໝາະສົມ, ສອດຄ່ອງ; ສ້າງແຜນການກຸ່ມພະນັກງານ, ນັກຮົບທີ່ມີຄວາມສ່ຽງຕິດເຊື້ອພະຍາດໂຄວິດ-19 ເພື່ອໜູນຊ່ວຍ, ຕິດຕາມ, ກຽມພ້ອມແຍກປ່ຽວ, ປິ່ນປົວຢ່າງທັນການ.

leftcenterrightdel
ທ່ານພົນໂທ ຫວໍມິງເລືອງ ພ້ອມດ້ວຍຄະນະລົງຢ້ຽມຢາມເຂດເພີ່ມພູນຜະລິດຜົນຂອງກອງພົນ 302, ທະຫານເຂດ 7. ພາບ: ຈຸງກຽນ.

ໃນວັນບຸນປີໃໝ່ປະຈໍາຊາດ ຄວນຈັດຕັ້ງບັນດາກິດຈະກໍາຕ້ອນຮັບບຸນປີໃໝ່ຢູ່ກົມກອງ ແລະບັນດາການເຄື່ອນໄຫວເພີ່ມທະວີຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນຢູ່ໃນບໍລິເວນຕັ້ງທັບ; ເອົາໃຈໃສ່ຢ້ຽມຢາມຖາມຂ່າວຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ...

leftcenterrightdel
ທ່ານພົນໂທ ຫວໍມິງເລືອງ ມອບຂອງຂວັນ, ອວຍພອນປີໃໝ່ພະນັກງານ, ນັກຮົບສະໜາມຍິງປືນແຫ່ງຊາດ ເຂດ 3, ທະຫານເຂດ 7. ພາບ: ຈຸງກຽນ.

ທີ່ບັນດາກົມກອງ, ທ່ານພົນໂທ ຫວໍມິງເລືອງ ໄດ້ມອບຂອງຂວັນຂອງກະຊວງປ້ອງກັນປະເທດ ແລະອວຍພອນປີໃໝ່ພະນັກງານ, ນັກຮົບບັນດາກົມກອງ; ມອບເຂົ້າສານ 20 ໂຕນເພື່ອໃຫ້ບັນດາກົມກອງ ໜູນຊ່ວຍບັນດາຄອບຄົວທຸກຍາກ, ຄອບຄົວນະໂຍບາຍ, ພໍ່ແມ່ປະຊາຊົນທີ່ຖືສາສະໜາ ແລະພະນັກງານ, ນັກຮົບ, ນັກຮຽນທີ່ປະສົບຄວາມຫຍຸ້ງຍາກ...

ໂດຍ: ໄຊຊະນະ