leftcenterrightdel
ກໍາລັງປ້ອງກັນຊາຍແດນຂອງຫວຽດນາມ ແລະຈີນ ລາດຕະເວນຮ່ວມກັນ. ພາບ: ເວິນແອງ.

ການຝຶກຊ້ອມຄັ້ງນີ້ແມ່ນເພື່ອແນໃສ່ຍູ້ແຮງການຮ່ວມມືລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບປົດປ່ອຍປະຊາຊົນ ຈີນ ໃຫ້ເລິກເຊິ່ງກວ້າງຂວາງ, ແທດຈິງກວ່າອີກ; ພ້ອມທັງຍົກສູງກໍາລັງບັນຊາ, ປະສານສົມທົບໃນວຽກງານກູ້ຊ່ວຍສາທາລະນະສຸກ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19 ກໍຄືວຽກງານປະສານງານ, ຜັນຂະຫຍາຍການໜູນຊ່ວຍມະນຸດສະທໍາລະຫວ່າງກໍາລັງເສນາຮັກຂອງສອງປະເທດ. ຕາມແຜນການ, ສອງຄະນະຈະຈັດຕັ້ງການຝຶກແອບ, ຮ່ວມກັນຝຶກແອບ ແລະກວດຜ່ານແຜນການເພື່ອກະກຽມໃຫ້ແກ່ການຝຶກຊ້ອມຢ່າງເປັນທາງການໃນວັນທີ 10 ທັນວາ. ໃນຂອບເຂດການຝຶກຊ້ອມ ກໍຈະໄດ້ດໍາເນີນບາງການເຄື່ອນໄຫວ ຄື ຊົມອຸປະກອນການຝຶກຊ້ອມ, ມອບວັດຖຸອຸປະກອນການແພດລະຫວ່າງກອງທັບສອງປະເທດ.

ໂດຍ: ໄຊຊະນະ