leftcenterrightdel
ທ່ານພັນເອກພິເສດ ມາກດຶກຈ້ອງ ເປັນປະທານຮ່ວມກອງປະຊຸມຄັ້ງທີ 15 ກຸ່ມຊ່ຽວຊານຮັກສາສັນຕິພາບ ສປຊ ຮອບວຽນທີ 4. ພາບ: ໝີ້ແຮ້ງ.

ກອງປະຊຸມແມ່ນເພື່ອແນໃສ່ເພີ່ມທະວີການແລກປ່ຽນດ້ານວິຊາສະເພາະ, ແບ່ງປັນບົດຮຽນລະຫວ່າງບັນດາປະເທດສະມາຊິກ ແລະ ສປຊ, ຜ່ານນັ້ນຍົກສູງປະສິດທິຜົນວຽກງານອົບຮົມ-ຫັດແອບກ່ອນການຜັນຂະຫຍາຍ, ຍົກສູງກໍາລັງຄວາມສາມາດ ແລະການເຂົ້າຮ່ວມຂອງແມ່ຍິງໃນການເຄື່່ອນໄຫວຮັກສາສັນຕິພາບ ສປຊ.

leftcenterrightdel
ທີ່ປຶກສາທູດຝ່າຍປ້ອງກັນຊາດບັນດາປະເທດ ADMM+ ເຂົ້າຮ່ວມຢູ່ສະຖານທີ່ເຊື່ອມຕໍ່ຮ່າໂນ້ຍ. ພາບ: ໝີ້ແຮ້ງ.

ທີ່ກອງປະຊຸມ, ຜູ້ຕາງໜ້າຍີ່ປຸ່ນ ແລະນັກຊ່ຽວຊານມາຈາກ ກໍາປູເຈຍ, ອິນເດຍ, ສ.ເກົາຫຼີ, ໄທ, ຫວຽດນາມ, ອາເມລິກາ ໄດ້ແລກປ່ຽນບາງບົດຮຽນ, ຂໍ້ລິເລີ່ມກ່ຽວກັບການອົບຮົມ-ຫັດແອບກ່ອນການຜັນຂະຫຍາຍ ແລະຍົກສູງກໍາລັງຄວາມສາມາດໃຫ້ແກ່ກໍາລັງຮັກສາສັນຕິພາບ

ກໍ່ທີ່ກອງປະຊຸມ, ກຸ່ມຊ່ຽວຊານຮັກສາສັນຕິພາບຫວຽດນາມ ແລະຍີ່ປຸ່ນ ໄດ້ສະເໜີໂດຍຫຍໍ້ກ່ຽວກັບເນື້ອໃນຫຼັກຂອງການຝຶກຊ້ອມຮັກສາສັນຕິພາບຢູ່ພາກສະໜາມ  (FTX) ໃນເດືອນກັນຍາ ປີ 2023 ເຊິ່ງຈະຈັດຂຶ້ນຢູ່ຫວຽດນາມ ແລະກອງປະຊຸມສ້າງແຜນການເບື້ອງຕົ້ນ (IPC) ໃຫ້ແກ່ FTX ໃນເດືອນມີນາ ປີ 2022.

ໂດຍ: ໄຊຊະນະ